ປີ 2014, ຄາດວ່າ ຫວຽດນາມ ຈະສຳເລັດລະບຽບການໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບສິດທິຄົນພິການ
(ພາບປະກອບ)
(vovworld) - ຫວຽດນາມ ໄດ້ລົງນາມໃນສົນທິສັນຍາກ່ຽວກັບສິດທິຄົນພິການປີ 2008 ແລະ ຄາດວ່າຈະສຳເລັດລະບຽບການໃຫ້ສັດຕະຍາບັນໃນປີ 2014 ກໍ່ຄືຄວາມມານະພະຍາຍາມສ້າງກອບກົດໝາຍ, ນະໂຍບາຍໃຫ້ສົມບູນແບບ ເພື່ອແນໃສ່ຊຸກຍູ້ສິດທິຄົນພິການ. ນີ້ແມ່ນຂໍ້ມູນເຊິ່ງໄດ້ຍົກອອກມາໃນບົດລາຍງານແຫ່ງຊາດ ກ່ຽວກັບການປະຕິບັດສິດທິມະນຸດ ຕາມກົນໃກສຳຫຼວດກວດກາເປັນປະຈຳຢ່າງທົ່ວເຖິງຂອງສະພາສິດທິມະນຸດສະຫະປະຊາຊາດ.
ໃນເສັ້ນທາງໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບສິດທິຄົນພິການ, ຫວຽດນາມ ໄດ້ປະກາດໃຊ້ກົດໝາຍກ່ຽວກັບຄົນພິການປີ 2010 ແລະ ສ້າງບັນດາເອກະສານແນະນຳການປະຕິບັດ. ຄຽງຂ້າງນັ້ນ, ເພື່ອແນໃສ່ຍູ້ແຮງການປະຕິບັດບັນດານະໂຍບາຍໜູນຊ່ວຍຄົນພິການຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍຄົນພິການ, ນາຍົກລັດຖະມົນຕີ ໄດ້ອະນຸມັດຜ່ານແຜນຮ່າງໜູນຊ່ວຍຄົນພິການໄລຍະ 2012 – 2020, ພ້ອມທັງປະຕິບັດຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ກ່ຽວກັບ 7 ຂົງເຂດໃຫ້ບຸລິມະສິດກ່ຽວກັບຄົນພິການພາກພື້ນອາຊີ - ປາຊີຝີກ. ແຜນຮ່າງໄດ້ແບ່ງເປັນ 2 ໄລຍະ ດ້ວຍບັນດາຄາດໝາຍລະອຽດ ເພື່ອແນໃສ່ຊຸກຍູ້ການເຊື່ອມຕົວຂອງຄົນພິການເຂົ້າໃນຂົງເຂດສາທາລະນະສຸກ, ການສຶກສາ, ແຮງງານ, ກໍ່ສ້າງ...