ປີ 2030 ກະສິກຳ ຫວຽດນາມ ສູ້ຊົນ​ໄດ້ຈັດເຂົ້າກຸ່ມ 15 ປະເທດພັດທະນາທີ່ສຸດໃນໂລກ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ປະກາດໃຊ້ຄຳສັ່ງກ່ຽວກັບບາງໜ້າທີ່, ມາດຕະການພັດທະນາອຸດສາຫະກຳການປຸງແຕ່ງກະສິກຳປ່າໄມ້, ສິນໃນນ້ຳ ແລະ ນຳໃຊ້ກົນຈັກເຂົ້າໃນການຜະລິດກະສິກຳ.
ປີ 2030 ກະສິກຳ ຫວຽດນາມ ສູ້ຊົນ​ໄດ້ຈັດເຂົ້າກຸ່ມ 15 ປະເທດພັດທະນາທີ່ສຸດໃນໂລກ - ảnh 1ພາບປະກອບ 

ເພື່ອແກ້ໄຂສິ່ງຄົງຄ້າງ ແລະ ຮັບປະກັນການປະຕິບັດສຳເລັດເປົ້າໝາຍຮອດປີ 2030 ກະສິກຳ ຫວຽດນາມ ນອນໃນຈຳນວນ 15  ປະເທດພັດທະນາທີ່ສຸດໃນໂລກ, ໃນນັ້ນ, ຂະແໜງ ການປຸງແຕ່ງຜະລິດຕະພັນກະເສດ ຕ້ອງໄດ້ນອນໃນຈຳນວນ 10ປະເທດແຖວໜ້າໂລກ ແລະ ແມ່ນສູນກາງລົງເລິກການປຸງແຕ່ງຜະລິດຕະພັນ ແລະ logistic ຂອງການຄ້າຜະລິດຕະພັນກະເສດທົ່ວໂລກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ຫົວໜ້າອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນທຸກແຂວງ, ນະຄອນຂຶ້ນກັບສູນກາງໂດຍອີງຕາມພາລະບົດບາດ, ໜ້າທີ່ໄດ້ມອບໝາຍໃຫ້ສຸມໃສ່ຊີ້ນຳ, ປະຕິບັດບັນດາການກຳນົດທິດກ່ຽວກັບການຊຸກຍູ້ພັດທະນາອຸດສາຫະກຳການປຸງແຕ່ງຜະລິດຕະພັນກະເສດ ແລະ ນຳໃຊ້ກົນຈັກເຂົ້າໃນການຜະລິດກະສິກຳ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍ່ຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກວດກາຄືນບັນດາການວາງແຜນກຳນົດທີ່ກ່ຽວຂ້ອງເຖິງຂົງເຂດນຳໃຊ້ກົນຈັກເຂົ້າໃນການຜະລິດກະສິກຳ ແລະ ການປຸງແຕ່ງຜະລິດຕະພັນກະເສດ ທີ່ໄດ້ປະກາດໃຊ້ ກ່ອນໜ້ານີ້ ເພື່ອນຳເອົາເຂົ້າໃນການວາງແຜນກຳນົດຂອງຂະແໜງການລະດັບຊາດ, ວາງແຜນຜັງເຂດ, ແຜນຜັງແຂວງ; ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນເພື່ອກໍ່ສ້າງ, ຍື່ນອະນຸມັດຜ່ານບັນດາແຜນການກຳນົດຂອງຂະແໜງການລະດັບຊາດໄລຍະ 2021-2030 ເຊິ່ງໄດ້ແບ່ງໜ້າທີ່ວຽກງານຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການວາງແຜນຜັງ, ໃນນັ້ນມີການສົມທົບເນື້ອໃນກ່ຽວກັບການພັດທະນາເຄື່ອງກົນຈັກຢ່າງຄົບຊຸດເພື່ອນຳເຂົ້າໃນການຜະລິດກະສິກຳ ແລະ ການປຸງແຕ່ງຜະລິດຕະພັນກະເສດ.

ຕອບກັບ

ຂ່າວ/ບົດ​ອື່ນ