ປີ2014ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຄົນທຸກຍາກໃຫ້ດີກ່ວາ
ພາບປະກອບ
(vovworld) – ເພື່ອເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຄົນທຸກຍາກ ແລະ ເປົ້າໝາຍອຸປະກະລະສັງຄົມໃຫ້ດີກ່ວາ, ປີ 2013, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ເປັນເສນາທິການ ແລະ ສະເໜີໃຫ້ລັດຖະບານປະກາດໃຊ້ມະຕິ 136, ກຳນົດນະໂຍບາຍອຸດໜູນສັງຄົມສຳລັບບັນດາເປົ້າໝາຍອຸປະກະລະສັງຄົມ.
ຕາມນັ້ນແລ້ວ, ລະດັບອຸດໜູນສັງຄົມສຳລັບເປົ້າໝາຍອຸປະກະລະສັງຄົມຈະໄດ້ຍົກຈາກ 180.000 ດົ່ງ/ຄົນ/ເດືອນ ຂຶ້ນເຖິງ 270.000 ດົ່ງ/ຄົນ/ເດືອນ. ນີ້ຈະແມ່ນພື້ນຖານເພື່ອກຳນົດລະດັບອຸດໜູນສັງຄົມ, ລະດັບອຸດໜູນບຳລຸງລ້ຽງຢູ່ບັນດາພື້ນຖານອຸປະກະລະສັງຄົມ. ມະຕິມີຜົນສັກສິດນັບແຕ່ວັນທີ 1/1/2014 ເປັນຕົ້ນໄປ. ທ່ານນາງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຝ້າມທິຫາຍຈ່ວຽນ ໃຫ້ຮູ້ວ່າ:
“ເປົ້າໝາຍອຸປະກະລະສັງຄົມແມ່ນມີຫຼາຍພໍສົມຄວນ (ປະມານ 2,6 ລ້ານຄົນ) ແລະ ແຕ່ລະປີ, ລັດຖະບານສະຫງວນຈຳນວນເງິນກ່ວາ 7.000 ຕື້ດົ່ງໃຫ້ເປົ້າໝາຍນີ້. ປະຈຸບັນ, ລະດັບອຸດໜູນໃຫ້ເປົ້າໝາຍດັ່ງກ່າວແມ່ນ 180.000 ດົ່ງ/ເດືອນ. ດັ່ງນັ້ນ, ພວກຂ້າພະເຈົ້າສະເໜີໃຫ້ລັດຖະບານປະກາດໃຊ້ມະຕິ 136 ເພື່ອຍົກລະດັບອຸດໜູນສຳລັບເປົ້າໝາຍອຸປະກະລະສັງຄົມຂຶ້ນເຖິງ 270.000 ດົ່ງ/ຄົນ/ເດືອນ. ນີ້ແມ່ນເປົ້າໝາຍທີ່ພວກຂ້າພະເຈົ້າມີຄວາມເອົາໃຈໃສ່ທີ່ສຸດ.”