ປຸກ​ລະ​ດົມ “ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ປະ​ກອບ​ຄຳ​ເຫັນ​ເພື່ອ​ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ສົມ​ບູນ​ແບບ”

(VOVWORLD) -ຕ່ອນບ່າຍວັນທີ 3 ກັນຍາ ຢູ່ຮ່າໂນ້ຍ, ໄດ້ດຳເນີນບັ້ນຂົນຂວາຍ “ວິສາຫະກິດ, ນັກທຸລະກິດປະກອບຄຳເຫັນເພື່ອສ້າງກົນໄກ, ນະໂຍບາຍພັດທະນາເສດຖະກິດໃຫ້ສົມບູນແບບ”. 
ປຸກ​ລະ​ດົມ “ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ປະ​ກອບ​ຄຳ​ເຫັນ​ເພື່ອ​ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ສົມ​ບູນ​ແບບ” - ảnh 1  ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງກ່າວຄຳເຫັນ (ພາບ: )

ກ່າວຄຳເຫັນທີ່ນີ້, ທ່ານ ຫງວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງ, ໄດ້ສະເໜີໃຫ້ປະຊາຄົມວິສາຫະກິດ, ນັກທຸລະກິດຈົ່ງເສີມຂະຫຍາຍພູມປັນຍາ, ຈິດໃຈຄວາມຮັບຜິດຊອບຕໍ່ປະເທດຊາດ, ຕອບສະໜອງຢ່າງສຸດອົກສຸດໃຈ ແລະ ຕັ້ງໜ້າເຂົ້າຮ່ວມບັ້ນຂົນຂວາຍ“ວິສາຫະກິດ, ນັກທຸລະກິດປະກອບຄຳເຫັນເພື່ອສ້າງກົນໄກ, ນະໂຍບາຍພັດທະນາເສດຖະກິດໃຫ້ສົມບູນແບບ” ຍ້ອນວ່ານີ້ແມ່ນການກະທຳອັນແທດຈິງຂອງວິສາຫະກິດ, ນັກທຸລະກິດໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ກິລິຍາທ່າທາງຂອງປະທານໂຮ່ຈີມິນ. ທ່ານຫງວຽນວັນບິ່ງກ່າວວ່າ:

ໃນບັ້ນຂົນຂວາຍນີ້, ທຸກໆຄຳເຫັນ, ຂໍ້ສະເໜີ, ຂໍ້ລິເລີ່ມຂອງວິສາຫະກິດ, ນັກທຸລະກິດຂຶ້ນກັບທຸກໆພາກສ່ວນເສດຖະກິດ, ມີຂອບຂະໜາດນ້ອຍຫຼືໃຫຍ່,ຢູ່ພາຍໃນ ຫຼື ຕ່າງປະເທດ, ຂອງລັດ ຫຼືເອກະຊົນກໍ່ລ້ວນແຕ່ແມ່ນ ຄະນະຈັດຕັ້ງບັ້ນຂົນຂວາຍ ຮັບເອົາ, ລວບລວມ, ພິຈາລະນາ, ສົ່ງໄປເຖິງບັນດາອົງການຂອງພັກ ແລະ ລັດທີ່ກ່ຽວຂ້ອງເພື່ອຄົ້ນຄ້ວາ, ຮັບໃຊ້ໃຫ້ແກ່ການກໍ່ສ້າງ, ສ້າງບັນດາກົນໄກ, ນະໂຍບາຍພັດທະນາເສດຖະກິດໃຫ້ສົມບູນແບບ ແລະ ປະກອບສ່ວນສ້າງຕັ້ງເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ

ຕອບກັບ

ຂ່າວ/ບົດ​ອື່ນ