ປຸກລະດົມລາຍການໂຄສະນາການທ່ອງທ່ຽວຫວຽດນາມຢູ່ສ.ເຊັກໂກ

ປຸກລະດົມລາຍການໂຄສະນາການທ່ອງທ່ຽວຫວຽດນາມຢູ່ສ.ເຊັກໂກ - ảnh 1
(ພາບ​ປະ​ກອບ)

(vovworld) –​ ວັນ​ທີ 19/02, ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ສ.ເຊັກ​ໂກ ເຈືອງ​ແມ້ງ​ເຊີນ​ ໄດ້​ປຸກ​ລະ​ດົມ​ລາຍ​ການ​ໂຄ​ສະ​ນາ​ການ​ທ່ອ​ງ​ທ່ຽວ​ຫວຽດ​ນາມ ເຊິ່ງນອນ​ໃນ​ຂອບ​ເຂດ​ປີ​ເຄື່ອນ​ໄຫວ​ດ້ານ​ການ​ທູດ ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ເຫດ​ການ​ສຳ​ຄັນ​ທີ່​ສຸດ​ໃນ​ລາຍ​ການ​ໂຄ​ສະ​ນາ​ນີ້​ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ທ່ອ​ງ​ທ່ຽວ​ຫວຽດ​ນາມ ຢູ່​ສ.ເຊັກ​ໂກ ​ຈະ​ຖືກ​ດຳ​ເນີນ​ໃນວັນ​ທີ 14/03 ຈະ​ມາ​ເຖິງ. ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ການ​ທ່ອງ​ທ່ຽ​ວ ຈະ​ມີ​ຂອບ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈ​ຸ​ບັນ, ໃນ​ນັ້ນ​ມີິ​ການ​ເຂົ້າ​ຮ່ວມ​ຂອງແຂກ​ຖືກ​ເຊີນ, ນັກ​ຂ່າວ, ພ້ອມ​ກັບ​ຜູ້​ຕາງ​ໜ​້າ​ບັນ​ດາ​ບໍ​ລິ​ສັດ​ທ່ອ​ງ​ທ່ຽວ ແລະ ການ​ບິນ​ສ.ເຊັກ​ໂກ ກວ່າ 100 ​​ຄົນ. ຝ່າຍ​ຫວຽດ​ນາມ ມີ​ຜູ້​ຕາງ​ໜ້າ 50 ຄົນ​​ຊຶ່ງລວມ​ມີ​ການ​ນຳ​ກະ​ຊວງ​ວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອ​ງ​ທ່ຽວ, ບັນ​ດາ​ນັກ​ທຸ​ລະ​ກິດ, ນັກ​ສິ​ລະ​ປິນ… ເຂົ້າ​ຮ່ວມຢ່າງ​ພ້ອມ​ພຽງ.

ຂ່າວ/ບົດ​ອື່ນ