ພາບປະກອບ |
(vovworld) – ວັນທີ 16/10, ແມ່ນວັນສະບຽບອາຫານທົ່ວໂລກ. ເນື່ອງໃນໂອກາດນີ້, ສະຖານບັນໂພສະນາການ (ກະຊວງສາທາລະນະສຸກ) ໄດ້ປຸກລະດົມສັບປະດາໂພສະນາການ ແລະ ການພັດທະນາແຕ່ວັນທີ 16 – 23/10. ດ້ວຍສານທີ່ວ່າ “ຄາບອາຫານຫຼາຍຮູບຫຼາຍສີ ຮັບປະກັນທາດບຳລຸງ, ເໝາະສົມ, ປອດໄພໃຫ້ແກ່ຄອບຄົວໃນສະພາບການປ່ຽນແປງຂອງດິນຟ້າອາກາດ”, ສະຖາບັນໂພສະນາການຫວັງວ່າ ປະຊາຊົນປ່ຽນແປງກ່ຽວກັບການບໍລິໂພກທາດບຳລຸງບໍ່ເໝາະສົມ, ເຮັດໃຫ້ອັດຕາເດັກຂາດທາດບຳລຸງຍັງສູງຢູ່.
ເພື່ອຮັບປະກັນບັນດາທາດບຳລຸງເພື່ອຮັບໃຊ້ການພັດທະນາຄວາມສູງຂອງເດັກ, ປອ ເລແບກມາຍ, ນັກຊ່ຽວຊານໂພສະນາການຂອງກະຊວງ ສາທາລະນະສຸກ ໃຫ້ຮູ້ວ່າ:
“ຕາມການສຳຫຼວດກ່ຽວກັບຄາບອາຫານຂອງເດັກທີ່ສະຖາບັນໂພສະນາການໄດ້ປະຕິບັດໃນໄລຍະຜ່ານມາ, ຄາບອາຫານຂອງເດັກມີອາຍຸແຕ່ 2 – 5 ປີ ມີປະລິມານ ການຊີ ປະມານ 265 mg. ດັ່ງນັ້ນ, ສຳລັບເກ່ນອາຍຸ, ຂາດເທົາໃດພວກເຮົາເພີ່ມເຕີມເທົ່ານັ້ນ, ສາມາດເພີ່ມເຕີມດ້ວຍການກິນປາ, ກຸ້ງ ຫຼື ບັນດາຜະລິດຕະພັນຈາກນ້ຳນົມ.”