ປຶກສາຫາລືບັນດາມາດຕະການເພີ່ມທະວີການດຶງດູດ, ນຳໃຊ້ແຫຼ່ງທຶນ IDA ຢ່າງມີປະສິດທິຜົນ

ປຶກສາຫາລືບັນດາມາດຕະການເພີ່ມທະວີການດຶງດູດ, ນຳໃຊ້ແຫຼ່ງທຶນ IDA ຢ່າງມີປະສິດທິຜົນ - ảnh 1
 ການເຮັດວຽກລະຫວ່າງການນຳກະຊວງແຜນການ ແລະ ລົງທຶນຫວຽດນາມ ກັບທະນາຄານໂລກ

(ພາບ: TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 7/5, ຢູ່​ຮ່າ​ໂນ້ຍ, ລັດຖະມົນຕີກະຊວງ​ແຜນການ ​ແລະ ການ​ລົງທຶນ ບູ່​ຍກວາງ​ວິ​ງ ​ແລະ ທ່ານ​ຮອງ​ປະທານ​ທະນາຄານ​ໂລກ (WB) Axel Trosenbunrg, ຜູ້ຮັບຜິດຊອບ​ພາກ​ພື້ນ​ອາຊີ - ປາຊີ​ຝິກ ​ໄດ້​ມີ​ການ​ເຮັດ​ວຽກ​ເພື່ອ​ແນ​ໃສ່​ຊອກ​ຮູ້​ສະພາບ, ກຳນົດ​ທິດ​ພັດທະນາ​ເສດຖະກິດ - ສັງຄົມ ຂອງ​ຫວຽດນາມ ກໍ່​ຄື​ຄວາມ​ສາມາດ​ໜູນ​ຊ່ວຍ​ຂອງ WB ​ໃຫ້​ແກ່​ຫວຽດນາມ​ ໃນ​ຊຸ່ມ​ປີ​ໃກ້ໆ​ນີ້. ທ່ານ​ລັດຖະມົນຕີ ບູ່​ຍກວາງ​ວິ​ງ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ WB ​ໃຫ້​ແກ່​ຫວຽດນາມ​ ໃນ​ຂົງ​ເຂດ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ກໍ່​ຄື​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ໃນ​ໄລຍະ​ຜ່ານ​ມາ. ສ່ວນທ່ານ​ຮອງ​ປະທານ​ທະນາຄານ​ໂລກ ກໍ່​ໃຫ້​ຮູ້​ວ່າ ການ​ນຳ​ໃຊ້​ແຫຼ່ງທຶນ IDA ​ໄດ້​ນຳ​ມາ​ເຊິ່ງໝາກຜົນ, ພິ​ເສດ​ແມ່ນ​ຜົນງານ​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ຫວຽດນາມ. ທ່ານ​ຢືນຢັນ​ວ່າ ຫວຽດນາມ ​ຈະ​ສືບ​ຕໍ່​ໄດ້​ຊົມ​ໃຊ້​ແຫຼ່ງທຶນ IDA ​ໃນ​ໃກ້ໆ​ນີ້ ​ແຕ່​ຕ້ອງ​ກຳນົດ​ທິດ​ໃຫ້​ແກ່​ວິວັດ​ການ​ກູ້​ຢືມ​ທຶນ IDA. ​ເພື່ອ​ນຳ​ໃຊ້​ແຫຼ່ງທຶນ​ຢ່າງ​ມີ​ປະສິດທິ​ຜົນ, ຫວຽດນາມ​ຈະ​ຕ້ອງ​ສົມທົບ​ກັບ​ບັນດາ​ນັກ​ອຸປະຖຳ ​ເພື່ອ​ສ້າງ​ຄວາມ​ດຸ່ນດຽງ​ລະຫວ່າງ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ຮັບປະກັນ​ຊີວິດ​ສັງຄົມ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ​ກໍ່​ຕ້ອງກຳນົດ​ບັນດາ​ມາດຖານ​ໃນ​ການ​ນຳ​ໃຊ້​ແຫຼ່ງທຶນ IDA ​ຢ່າງ​ມີ​ປະສິດທິ​ຜົນ​​ເພື່ອ​ສ້າງ​​ເປັນ​​ຄູນ​ຄ່າ​ສູງ​ກວ່າອີກ.

ຂ່າວ/ບົດ​ອື່ນ