ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນຫວຽດນາມແລະອາເມລິກາ
(ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວູຊວນຮົ່ງ
ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສຳນັກຂ່າວສານ AP)
(vovworld) – ວັນທີ 11/6, ຢູ່ ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວູຊວນຮົ່ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສຳນັກຂ່າວສານ Associated Press (AP) ໂດຍທ່ານ Gary Pruitt, ປະທານທັງເປັນຜູ້ອຳນວຍການໃຫຍ່ AP ເປັນຫົວໜ້າຄະນະ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 7-13/6/2015. ທີ່ການຕ້ອນຮັບ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວູຊວນຮົ່ງ ເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງການນຳ ແລະ ນັກຂ່າວສຳນັກຂ່າວສານ AP ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນຫັນການພົວພັນ ຫວຽດນາມ-ອາເມລິກາ (1995-2015) ເປັນປົກກະຕິ, ກໍຄືປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນ 2 ປະເທດເວົ້າສະເພາະ, ຊຸກຍູ້ການພົວພັນຮ່ວມມື 2 ປະເທດເວົ້າລວມ.
ທ່ານປະທານທັງເປັນຜູ້ອຳນວຍການໃຫຍ່ AP Gary Pruitt ໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດທີ່ຄະນະຜູ້ແທນຂັ້ນສູງຂອງ AP ມາຢ້ຽມຢາມ ຫວຽດນາມ ດ້ວຍຈຸດປະສົງຊອກຮູ້ສະພາບການ ຫວຽດນາມ, ການພົວພັນ ຫວຽດນາມ-ອາເມລິກາ ໃນປະຈຸບັນ, ຈັດຕັ້ງບັນດາການເຄື່ອນໄຫວ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ນ້ຳໃຈມິດຕະພາບ ແລະ ການພົວພັນທາງການທູດ ລະຫວ່າງ 2 ປະເທດ.