ປະກາດຍຸດທະສາດ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ
ພິທີປະກາດຍຸດທະສາດແຫ່ງຊາດກ່ຽກັບການປ່ຽນແປງຂອງດິນຟ້າອາກາດ
ພາບ: baomoi.com
|
(vovworld) - ຕອນເຊົ້າວັນທີ 7/3 ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລະ ໂຄງການພັດທະນາສະຫະປະຊາຊາດ ສົມທົບກັນຈັດຕັ້ງພິທີປະກາດຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຊື່ງຫາກໍໄດ້ຮັບການເຊັນອະນຸມັດຈາກນາຍົກລັດຖະມົນຕີ. ຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງຫວຽດນາມ ວາງອອກ 4 ຈຸດໝາຍ, ໃນນັ້ນ ເນັ້ນຫນັກເຖິງການຄ້ຳປະກັນສະບຽງອາຫານ, ຄວາມປອດໄພດ້ານພະລັງງານ, ແຫລ່ງນ້ຳ, ປົກປັກຮັກສາຊັບພະຍາກອນທຳມະຊາດໃນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕຂຽວ. ຫວຽດນາມ ໄດ້ວາງຈຸດໝາຍ ຕັ້ງຫນ້າພ້ອມກັບປະຊາຄົມໂລກໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໃນພາຍພາກຫນ້າ, ຮອດປີ 2015 ຫວຽດນາມ ສ້າງລະບົບຕິດຕາມກວດການການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລເພີ່ມຂຶ້ນ, ຮອດປີ 2020 ເນື້ອທີ່ປ່າປົກຄຸມເຖິງ 45%. ຊຶ່ງແມ່ນຫນຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງຫນັກຫນ່ວງກວ່າໝູ່ຍ້ອນການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ໄດ້ຮັບຖືວ່າ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາມີຄວາມໝາຍເປັນຕາຍຕໍ່ກັບການພັດທະນາແບບຍືນຍົງ.