(vovworld) - ມີ 54 ວິສາຫະກິດໄດ້ຮັບນາມມະຍົດ “ເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ” ໃນພິທີປະກາດບັນດາວິສາຫະກິດທີ່ບັນລຸເຄື່ອງໝາຍການຄ້າແຫ່ງຊາດ 2012, ເຊິ່ງດຳເນີນໄປໃນຕອນຄໍ່າວັນທີ 07/01, ຢູ່ຮ່າໂນ້ຍ. ນີ້ແມ່ນບັນດາວິສາຫະກິດທີ່ມີຜົນງານດີເດັ່ນໃນການຜະລິດ, ດຳເນີນທຸລະກິດ, ປ່ຽນໃໝ່ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ, ຍົກສູງຄຸນນະພາບ ແລະ ຍາດເອົາທີ່ຕັ້ງຢູ່ຕະຫຼາດຢ່າງຕັ້ງໜ້າ. ກ່າວຄຳເຫັນທີ່ພິທີປະກາດ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ຍ້ອງຍໍສັນລະເສີນບັນດາວິສາຫະກິດທີ່ບັນລຸໄດ້ເຄື່ອງໝາຍການຄ້າແຫ່ງຊາດປີ 2012 ແລະເນັ້ນໜັກວ່າ ບັນດາມາດຕະການຂອງລັດຖະບານທີ່ວາງອອກໃນປີ 2013 ຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດພັດທະນາຢ່າງໝັ້ນຄົງ.
“ບັນດາວິສາຫະກິດຫວຽດນາມ ຕ້ອງຍົກສູງອິດທິພົນຊື່ສຽງ ແລະ ຄຸດນະພາບຜະລິດຕະພັນ. ພວກເຮົາຈະໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າ, ນັ້ນແມ່ນເຫດຜົນສະລັບຄົງຕົວຂອງບັນດາວິສາຫະກິດ. ຂ້າພະເຈົ້າສະເໜີໃຫ້ບັນດາວິສາຫະກິດຄວນສຸມໃສ່ລົງທຶນ ເພື່ອຍົກສູງລະດັບຄວາມຮູ້ທາງດ້ານວິທະຍາສາດ, ເຕັກໂນໂລຊີໃນຜະລິດຕະພັນ. ສຳລັບລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ຈະສືບຕໍ່ຮຽງບ່າຮຽງໄຫຼ່ວິສາຫະກິດ ຖືການພັດທະນາເຄື່ອງໝາຍການຄ້າຫວຽດນາມ ບໍ່ພຽງແຕ່ແມ່ນໜ້າທີ່ຂອງວິສາຫະກິດເທົ່ານັ້ນ, ຫາກຍັງແມ່ນໜ້າທີ່ຮັບຜິດຊອບຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການອີກດ້ວຍ ເພາະມັນແມ່ນເຄື່ອງໝາຍການຄ້າຂອງທັງປະເທດ, ຂອງທັງຊາດຫວຽດນາມ”.