ປະຊາຄົມຊາວຫວຽດນາມ ອາໄສຢູ່ອິນໂດເນເຊຍ ຈັດຕັ້ງພິທີຕ້ອນຮັບບຸນເຕັດປີມະແມຢ່າງອົບອຸ່ນ ແລະ ມີຄວາມໝາຍ
ປະຊາຄົມຊາວຫວຽດນາມ ອາໄສຢູ່ອິນໂດເນເຊຍ
ຈັດຕັ້ງພິທີຕ້ອນຮັບບຸນເຕັດປີມະແມຢ່າງອົບອຸ່ນ ແລະ ມີຄວາມໝາຍ
(ພາບ: vietnamplus.vn)
(vovworld) – ຕອນຄໍ່າວັນທີ 12/02, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດຕັ້ງພິທີຕ້ອນຮັບບຸນເຕັດປີມະແມ ໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງພະນັກງານບັນດາອົງການຕາງໜ້າຫວຽດນາມ ພ້ອມກັບພໍ່ແມ່ປະຊາຊົນ, ນັກສຶກສາ, ນັກຮຽນ ທີ່ພວມຮໍ່າຮຽນ ແລະ ດຳລົງຊີວິດຢູ່ອິນໂດເນເຊຍ.
ກ່າວຄຳເຫັນໄຂພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ. ຫວຽດນາມ ປະຈຳອິນໂດເນເຊຍ ຫງວຽນຊວນຖຸຍ ຢືນຢັນ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ແມ່ນຍາມໃດກໍ່ຖືພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັກແຍກອອກຈາກປະຊາຄົມບັນດາເຜົ່າຫວຽດນາມໄດ້. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ອິນໂດເນເຊຍ ສືບຕໍ່ສາມັກຄີ ແລະ ໜູນຊ່ວຍເຊິ່ງກັນແລະກັນ, ປົກປັກຮັກສາສີສັນວັດທະນະທຳຂອງຊາດ, ອວ່າຍເມືອຫາບ້ານເກີດເມືອງນອນ, ປະເທດຊາດ, ຮ່ວມແຮງຮ່ວມໃຈສ້າງປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ; ພ້ອມທັງເປັນຂົວຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.