(VOVWORLD) -ໃນໂອກາດບຸນເຕັດວຽນມາ ເຊິ່ງແມ່ນຈຸດເວລາເລີ່ມຕົ້ນປີໃໝ່ ດ້ວຍຄວາມຫວັງໃຫມ່ອັນດີງາມຢ່າງຫຼວງຫຼາຍ.
ເອື້ອນ ໂຮ່ແທັງເຟື້ອງ ຊາວ ຫວຽດນາມ ອາໄສຢູ່ Praha ສ.ເຊັກໂກ |
ໃນຊຸມວັນຕົ້ນປີໃໝ່, ຊາວ ຫວຽດນາມ ອາໄສຢູ່ Praha, ສ.ເຊັກໂກ ຍັງສະຫງວນ ເວລາເພື່ອໄປວັດຂໍມີໂຊກມີລາບໃນໂອກາດປີໃໝ່. ເອື້ອນ ໂຮ່ແທັງເຟື້ອງ ໃຫ້ຮູ້ວ່າ:
ຍາມຕົ້ນປີໃໝ່ ຂ້າພະເຈົ້າເຄີຍໄປວັດ ຂໍໃຫ້ທຸກຄອບຄົວ ແລະ ທຸກຄົນຈົ່ງມີແຕ່ຄວາມມ່ວນຊື່ນ ແລະ ຄວາມຜາສຸກໃນປີໃໝ່ນີ້.
ເນື່ອງໃນໂອກາດນີ້, ບັນດາວັດ ຢູ່ ສ.ເຊັກໂກ ຈັດພິທີຊວດມົນພາວະນາຍາມຕົ້ນປີ. ນີ້ແມ່ນຈຸດວັດທະນະທຳທີ່ເປັນມູນເຊື້ອ, ສົ່ງສານແຫ່ງຄວາມຮັກແພງໄປຍັງພໍ່ແມ່ພີ່ນ້ອງ ຊາວ ຫວຽດນາມ ອາໄສ ຢູ່ ສ.ເຊັກໂກ ເພື່ອເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈຕໍ່ຊີວິດການເປັນຢູ່ ແລະ ພາວະນາຂໍມີໂຊກມີລາບ, ມີຄວາມຜາສຸກ ໃນປີໃໝ່.