ປະຊາຊົນໄປບໍລິຈາກເລືອດໃນໂອກາດພັກງານຍາມບຸນເຕັດປີຊວດ 2020

(VOVWORLD) -ເລື່ອງເກັບຮັກສາເລືອດຮັບໃຊ້ການປິ່ນປົວໃນໂອກາດບຸນເຕັດປີຊວດ 2020 ໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ.
ປະຊາຊົນໄປບໍລິຈາກເລືອດໃນໂອກາດພັກງານຍາມບຸນເຕັດປີຊວດ 2020 - ảnh 1(ພາບປະກອບ)

ໃນໂອກາດບຸນເຕັດນີ້, ສະຖານທີ່ຮັບການບໍລິຈາກເລືອດຂອງສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ຢູ່ຮ່າໂນ້ຍ ຍັງເຮັດວຽກເປັນປົກກະຕິ ນັບແຕ່ 7 ໂມງ 30 ນາທີຫາ 17 ໂມງ 30 ນາທີ.

          ເຖິງວ່າຂ້າງຄາກັບວຽກງານຍາມບຸນເຕັດ, ແຕ່ອ້າຍ ຫງວຽນຮິວດຶກ, ຢູ່ແຂວງ ວິ້ງຟູ໊ກ ຍັງຍາດເວລາມາສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ເພື່ອບໍລິຈາກເລືອດ, ປະກອບສ່ວນກູ້ເອົາຊີວິດບັນດາຄົນເຈັບ. ອ້າຍ ດຶກ, ໃຫ້ຮູ້ວ່າ.

          “ສຳລັບບັນດາກໍລະນີຖືກຕິດພະຍາດຕ້ອງການໄດ້ຮັບເລືອດ, ຜູ້ຖືກອຸບັດຕິເຫດ, ພະຍາບານສຸກເສີນ ແລ້ວ, ເລື່ອງຕ້ອງການຮັບເລືອດແມ່ນຮີບດ່ວນຍິ່ງກວ່າເວລາໃດໝົດ. ສະນັ້ນ, ມື້ນີ້ຂ້າພະເຈົ້າມາແຫ່ງນີ້ເພື່ອບໍລິຈາກເລືອດປະກອບສ່ວນໃຫ້ແກ່ປະຊາຄົມ”.

          ທ່ານ ປອ ໂງແມ້ງກວນ, ຮອງຫົວໜ້າສູນເລືອດສາດແຫ່ງຊາດ,  ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ, ໃຫ້ຮູ້ວ່າ.

          “ໃນໄລຍະມໍ່ໆມານີ້, ມີຫຼາຍຄົນໄປທ່ຽວຊົມຍາມລະດູບານໃໝ່ ຫຼື ໄປພົບປະກັບເພື່ອນມິດ ກໍ່ພາກັນມາແຫ່ງນີ້ເພື່ອບໍລິຈາກເລືອດ. ສະນັ້ນ, ໃນວັນທີ 01, 02, 03 ບຸນເຕັດ ກໍ່ມີຫຼາຍຄົນມາສະຖາບັນແຫ່ງ, ອັນໄດ້ສ້າງບັນຍາກາດອົບອຸນ ແລະ ການແບ່ງປັນຂອງປະຊາຄົມ.”

ຕອບກັບ

ຂ່າວ/ບົດ​ອື່ນ