ປະຕິກິລິຍາຂອງປະຊາຄົມສາກົນກ່ຽວກັບເລື່ອງ 2 ພາກເກົາຫຼີສົ່ງເສີມການດຳເນີນກອງປະຊຸມສຸດຍອດ

(VOVWORLD) -ອາເມລິກາ, ຍີ່ປຸ່ນ ໄດ້ຍົກອອກບັນດາຂໍ້ສັງເກດກ່ຽວກັບບັນດາຖະແຫຼງການຂອງສປປ.ເກົາຫຼີ ພາຍຫຼັງການພົບປະລະຫວ່າງການນຳ Kim Jong un ກັບບັນດາທູດພິເສດຂອງປະທານາທິບໍດີສ.ເກົາຫຼີ Moon Jae in

ປະຕິກິລິຍາຂອງປະຊາຄົມສາກົນກ່ຽວກັບເລື່ອງ 2 ພາກເກົາຫຼີສົ່ງເສີມການດຳເນີນກອງປະຊຸມສຸດຍອດ - ảnh 1 ການນຳ Kim Jong un ກັບບັນດາທູດພິເສດຂອງປະທານາທິບໍດີສ.ເກົາຫຼີ Moon Jae in

(ພາບປະກອບ: Reuters)

ໃນນັ້ນ ພຽງຢາງ ໄດ້ເຫັນດີຈັດກອງປະຊຸມສຸດຍອດກັບເຊີອຸ່ນ ໃນທ້າຍເດືອນ ເມສາ ຈະມາເຖິງ, ພ້ອມແລ້ວທີ່ຈະເຈລະຈາຢ່າງກົງໄປກົງມາກັບອາເມລິກາ ກ່ຽວກັບເລື່ອງສ້າງແຫຼມເກົາຫຼີ ປອດອາວຸດນິວເຄຼຍ ກໍຄືຫັນການພົວພັນ 2 ຝ່າຍເປັນປົກກະຕິ.

        ວັນທີ 06 ມີນາ, ໃນຖະແຫຼງການທີ່ລົງໃນສືສັງຄົມ Twitter, ທ່ານປະທານາທິບໍດີອາເມລິກາ Donald Trump ເນັ້ນໜັກວ່າ ຈະລໍຖ້າເບິ່ງວ່າຈະມີສິ່ງໃດເກີດຂຶ້ນ.

        ລັດຖະບານຍີ່ປຸ່ນ ພັດສະແດງຄວາມລັງເລໃຈຕໍ່ຖະແຫຼງກ່ຽວກັບເລື່ອງ 2 ພາກເກົາຫຼີ ເຫັນດີຈັດກອງປະຊຸມສຸດຍອດໃນທ້າຍເດືອນ ເມສາ ຈະມາເຖິງ, ພາຍຫຼັງທີ່ ໂຕກຽວ ກ່າວເຕືອນວ່າ ຈະບໍ່ຜ່ອນຜັນກ່ຽວກັບບັ້ນກໍ່ຄວາມກົດດັ່ນຕໍ່ພຽງຢາງ ໃນສະພາບການພົວພັນການທູດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຮັບການປົວແປງ.

ຕອບກັບ

ຂ່າວ/ບົດ​ອື່ນ