ປະ​ຕິ​ເສດ​​ຂ່າວ ປິດ ນະ​ຄອນ​ໂຮ່​ຈີ​ມິນ​ໃນ​ໄລ​ຍະ​ເວ​ລາ ແຕ່ 10 – 15 ວັນ

(VOVWORLD) -ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ໄດ້ປະຕິເສດຂ່າວ ປິດນະຄອນໂຮ່ຈີມິນແຕ່ 10 – 15 ວັນ.

ປະ​ຕິ​ເສດ​​ຂ່າວ ປິດ ນະ​ຄອນ​ໂຮ່​ຈີ​ມິນ​ໃນ​ໄລ​ຍະ​ເວ​ລາ ແຕ່ 10 – 15 ວັນ - ảnh 1ພາບປະກອບ

ຕອນບ່າຍວັນທີ 4 ກໍລະກົດ, ສື່ສັງຄົມອອນລາຍໄດ້ແຜ່ກະຈາຍຂ່າວ “ຕົກລົງປິດນະຄອນໂຮ່ຈີມິນ ໃນ 10 – 15 ວັນ, ໃຫ້ ເວລານະຄອນກະກຽມແຕ່ 36 ຊົ່ວໂມງ - 48 ຊົ່ວໂມງ, ໂດຍຈະປິດນະຄອນແຕ່ຕອນເວລາ 0 ໂມງຂອງວັນ 7 ກໍລະກົດ ຫຼື ເວລາ 12ໂມງ ຂອງວັນທີ 8 ກໍລະກົດ… ”. ເຖິງຢ່າງໃດກໍຕາມ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ ຢັ້ງຢືນວ່າ ນີ້ແມ່ນຂ່າວທີ່ ບໍ່ມີມູນຄວາມຈິງ ເຊິ່ງໄດ້ກໍ່ຜົນກະທົບຕໍ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ