ປະທານ ກູບາ ຮຽກຮ້ອງໃຫ້ລົບລ້າງກົງຈັກອາດຍາສິດ ແລະ ຮັບຟັງປະຊາຊົນ

(VOVWORLD) - ກ່າວຄຳເຫັນໃນການລົງຢ້ຽມຢາມບັນດາແຂວງທາງທິດຕາເວັນອອກ Holguin ໃນອາທິດຜ່ານມາ, ທ່ານປະທານສະພາແຫ່ງລັດ ແລະ ລັດຖະມົນຕີ ກູບາ Miguel Diaz-Canel ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ແຫ່ງລັດຕໍ່ສູ້ຕ້ານອາດຍາສິດ ແລະ ຮັບຟັງຄຳຄິດເຫັນຂອງປະຊາຊົນ.

ທ່ານປະທານ ກູບາ ຢືນຢັນວ່າ: ຄວນປະຕິບັດບັນດາການເຄື່ອນໄຫວຂອງລັດຖະບານໃຫ້ໂປ່ງໃສ ກໍ່ຄືອະທິບາຍຈະແຈ້ງໃຫ້ປະຊາຊົນ ກ່ຽວກັບສິ່ງໃດ ຊຶ່ງລັດຖະບານພວມປະຕິບັດ ແລະ ເນັ້ນໜັກວ່າ ລັດຖະບານຄວນກຳແໜ້ນລາຍລະອຽດບັນດາບັນຫາທີ່ກ່ຽວຂ້ອງເຖິງການປະຕິບັດບັນດາໜ້າທີ່ຂອງລັດຖະບານຢູ່ທຸກຂັ້ນ ແລະ ບໍ່ໃຫ້ຕີລາຄາຕ່ຳບັນດາຄຳຮ້ອງທຸກ ແລະ ແນວຄວາມຄິດຂອງປະຊາຊົນໂດຍເດັດຂາດ.

        ທ່ານປະທານ Miguel Diaz-Canel ຖືວ່າ: ບັນດາເຈົ້າໜ້າທີ່ແຫ່ງລັດ, ລວມມີທ່ານເອງ ແລະ ລັດຖະບານ, ຄວນມີການກະທຳຕາມ “ແບບແຜນກຳເຮັດວຽກຂະຫຍັນຂັນເຄື່ອນ”, ແລະ ປະກາດຢ່າງມີລະບົບກ່ຽວກັບວຽກງານຂອງຕົນ.
 

ຕອບກັບ

ຂ່າວ/ບົດ​ອື່ນ