ປະ​ທານ​ກຳ​ມາ​ທິ​ການ​ການ​ຄ້າ​ສາ​ກົນຂອງ​ລັດ​ຖະ​ສະ​ພາ​ເອີ​ລົບ: ຕີ​ລາ​ຄາ​ສູງ​ຄວາມ​​ກຽມພ້ອມ​ຂອງ​ຫວຽດ​ນ​າມຕໍ່ກັບສັນ​ຍາ EVFTA ​ແລະ IPA

(VOVWORLD) - ທ່ານຮອງປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບJan Zahradilໃຫ້ຮູ້ວ່າ: ນີ້ແມ່ນຈຸດເວລາທີ່ມີຄວາມໝາຍດ້ານປະຫວັດສາດຂອງສາຍພົວພັນລະຫວ່າງຫວຽດນາມ-EU, ທ່ານເຊື່ອໝັ້ນວ່າ:ໃນເດືອນກຸມພາ 2020 ນີ້ ສອງຝ່າຍຈະມີໝາກຜົນອັນຈົບງາມ.
ປະ​ທານ​ກຳ​ມາ​ທິ​ການ​ການ​ຄ້າ​ສາ​ກົນຂອງ​ລັດ​ຖະ​ສະ​ພາ​ເອີ​ລົບ: ຕີ​ລາ​ຄາ​ສູງ​ຄວາມ​​ກຽມພ້ອມ​ຂອງ​ຫວຽດ​ນ​າມຕໍ່ກັບສັນ​ຍາ EVFTA ​ແລະ IPA - ảnh 1 ທ່ານ ນາງຫງວຽນທິກິມເງິນປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Bernd Lange ປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ (ພາບ: TTXVN)

ຕອນບ່າຍວັນທີ 31 ຕຸລາ, ທ່ານ Bernd Lange ປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບແລະທ່ານ Jan Zahradil ຮອງປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບ ມີການແລກປ່ຽນກັບສື່ມວນຊົນ, ແຈ້ງໃຫ້ຮູ້ກ່ຽວກັບໝາກຜົນຂອງການໄປປະຕິບັດງານຢູ່ ຫວຽດນາມແຕ່ວັນທີ 28-31 ຕຸລາ, ແນໃສ່ຕີລາຄາການກະກຽມແລະຄວາມພ້ອມຂອງຫວຽດນາມຕໍ່ການໃຫ້ສັດຕະຍາບັນ ສັນຍາການຄ້າເສລີ(EVFTA) ແລະສັນຍາອາລັກຂາການລົງທຶນ (IPA) ລະຫວ່າງສະຫະພາບເອີລົບ (EU) ແລະຫວຽດນາມໃນອະນາຄົດອັນໃກ້ນີ້.

        ຕາມທ່ານປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບBernd Langeແລ້ວ, ໃນຂະບວນວິວັດການເຈລະຈາສັນຍາການຄ້າເສລີລະຫວ່າງEUແລະ ຫວຽດນາມໄດ້ດຳເນີນໃນໄລຍະເວລາຍາວນານ. ຄະນະປະຕິບັດງານໄດ້ຊອກຮູ້ສະພາບຕົວຈິງຢູ່ ຫວຽດນາມເພື່ອໃຫ້ລັດຖະສະພາເອີລົບມີຂໍ້ມູນຂ່າວສານຢ່າງຄົບຖ້ວນກ່ອນທີ່ຈະຍົກອອກຂໍ້ສະຫຼຸບສຸດທ້າຍ. ໃນອາທິດທີ່ຈະມາເຖິງນີ້, ລັດຖະສະພາເອີລົບຈະມີການປຶກສາຫາລືຢ່າງລະອຽດຕໍ່ໝາກຜົນຂອງການເດີນທາງປະຕິບັດງານໃນຄັ້ງນີ້. ຕໍ່ຈາກນັ້ນ, ວິວັດການປ່ອນບັດຮັບຮອງເອົາສັນຍາສອງສະບັບດັ່ງກ່າວຈະໄດ້ດຳເນີນໃນຕົ້ນປີ 2020 ເພື່ອແນໃສ່ໃຫ້ສັດຕະຍາບັນສັນຍາ EVFTAແລະIPAຢ່າງເປັນທາງການ.

        ທ່ານຮອງປະທານກຳມາທິການການຄ້າສາກົນຂອງລັດຖະສະພາເອີລົບJan Zahradilໃຫ້ຮູ້ວ່າ: ນີ້ແມ່ນຈຸດເວລາທີ່ມີຄວາມໝາຍດ້ານປະຫວັດສາດຂອງສາຍພົວພັນລະຫວ່າງຫວຽດນາມ-EU, ທ່ານເຊື່ອໝັ້ນວ່າ:ໃນເດືອນກຸມພາ 2020 ນີ້ ສອງຝ່າຍຈະມີໝາກຜົນອັນຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ