ປະທານປະເທດ Truong Tan Sang ໃຫ້ການຕ້ອນຮັບລັດຖະມົນຕີລາວ ພົງສະຫວັດ ບຸບຜາ

ປະທານປະເທດ Truong Tan Sang ໃຫ້ການຕ້ອນຮັບລັດຖະມົນຕີລາວ ພົງສະຫວັດ ບຸບຜາ - ảnh 1
ທ່ານປະທານປະເທດ Truong Tan Sang ແລະ ທ່ານ ລັດຖະມົນຕີລາວ ພົງສະຫວັດ ບຸບຜາ

(vovworld) - ຕອນ​ເຊົ້າວັນ​ທີ 30/3 ຢູ່​ສຳ​ນັກ​ງານ​ປະທານ​ປະ​ເທດທີ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ ພົງ​ສະຫວັດ ບຸບຜາ, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າສຳນັກງານການ​ປະທານ​ປະ​ເທດ ສປປ ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ປະຕິບັດ​ງານ​ພວມ​ທຳ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ Truong Tan Sang ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ 2 ຫ້ອງ​ວ່າການສຳນັກງານ​ປະທານ​ປະ​ເທດ ​ແລະ ຫວັງ​ວ່າ: ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ຈະ​ແບ່ງປັນ​ບົດຮຽນ, ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​​ໃນບັນດາ​ຂໍ້​ຄົງ​ຄ້າງ ​ແລະ ມາດ​ຕະການ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ນັ້ນກໍ່​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ບໍລິສຸດ​ຜຸດ​ຜ່ອງ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນຖານ​ສະຫາຍ​ອ້າຍ​ນ້ອງ​ລະຫວ່າງ 2 ຫ້ອງ​ວ່າການ​ປະທານ​ປະ​ເທດກ່ວາ​ອີກ, ກໍ​ຄື​ການ​ພົວພັນມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ນຳ​້ໃຈ​ສະມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ໜັກ​ປີ 2012 ​ແມ່ນ​ປີ​ສະ​ເຫຼີ​ມສະຫຼອງ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ, 2 ຝ່າຍ​ຈະ​ມີ​ການ​ຢ​້ຽມຢາມ​ຂັ້ນ​ສູງ​ຫຼາຍ​ຄັ້ງ, ດັ່ງນັ້ນ​ວຽກ​ງານ​ແມ່ນ​ໜັກໜ່ວງ​ທີ່​ສຸດຮຽກຮ້ອງ​ໃຫ​້ ພະນັກງານ, ພາລະ​ກອນ​ຂອງ​ຫ້ອງ​ວ່າການສຳນັກງານ​ປະທານ​ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ບັນດາ​ຫ້ອງ​ວ່າການ​ເວົ້າ​ລວມຕ້ອງ​ມີ​ຄວາມ​ມານ​ະພະຍາຍາມທີ່​ສຸຸດ.

​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ລັດຖະມົນ​ຕີ, ຫົວໜ້າ​ຫ້ອງ​ວ່າການສຳນັກງານ​ປະທານ​ປະ​ເທດ​ຫວຽດນາມ ທ່ານ Dao Viet Trung ​ແລະ ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການສຳນັກງານ​ປະທານ​ປະ​ເທດ ສປປ ລາວ ພົງ​ສະຫວັດ ບຸບຜາ ​ໄດ້​ດຳ​ເນີນ​ການ​ເຈລະຈາ. 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ບົດຮຽນ​ໃນ​ການ​ຜັນ​ຂະຫຍາຍໜ້າ​ທີ່​ພົວພັນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຂອງ​ປະທານ​ປະ​ເທດ ​ເພື່ອ​ເຮັດ​​ແນວ​​ໃດ​​ໃຫ້ບັນລຸ​ປະສິດທິ​ຜົນ​ສູງ​ສຸດ. ຈາກນັ້ນ, ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານຂອງ​ທ່ານປະທານ​ປະ​ເທດ Truong Tan Sang, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານປະທານ​ປະ​ເທດ​ຂອງ 2 ປະ​ເທດ ​ໄດ​້​ເຊັນ​ບົດ​ບັນທຶກຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ຫ້ອງ​ວ່າການ​ສຳນັກງານປະທານ​ປະ​ເທດ 2 ປະ​ເທດ.

ຂ່າວ/ບົດ​ອື່ນ