ປະທານປະເທດ ເຈີນດ້າຍກວາງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ອີນເດຍ
(VOVWORLD) -ເວລາ 18 ໂມງ 30 ນາທີຂອງວັນທີ 2 ມີນາ, ຕາມເວລາທ້ອງຖິ່ນ ກົງກັບ 22 ໂມງຂອງວັນດຽວກັນຕາມເວາລາຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ໄປຮອດ ນິວເດລີ ເລີ່ມຕົ້ນຢ້ຽມຢາມທາງລັດຖະກິດຢູ່ອີນເດຍແຕ່ວັນທີ 2 ຫາວັນທີ 4 ມີນາຕາມຄຳເຊີນຂອງປະທານາທິບໍດີອິນເດຍ Ram Nath Kovind.
ຜູ້ຕາງໜ້າ ບັນດາອົງການສຳນັກງານຂອງອິນເດຍ ແລະ ພະນັກງານສະຖານທູດຫວຽດນາມປະຈຳອິນເດຍ ອອກຕ້ອນຮັບ ປະທານປະເທດ ເຈີນດ້າຍກວາງຢູ່ສະໜາມບິນ |
ໃນວັນດຽວກັນ, ຢູ່ນະຄອນ Bodh Gaya, ລັດ Bihar, ທີ່ການຕ້ອນຮັບທ່ານ Prem Kumar ລັດຖະມົນຕີກະຊວງກະສີກຳ ລັດ Bihar ເຂົ້າຢ້ຽມຄຳນັບ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ອິນເດຍມີສາຍພົວພັນທາງປະຫວັດສາດ, ວັດທະນະທຳ ແລະ ສາສະໜາ. ນັບແຕ່ພັນປີກ່ອນນີ້, ສາສະໜາພຸດໄດ້ເຂົ້າສູ່ຫວຽດນາມ ແລະ ສືບຕໍ່ຂະຫຍາຍຕົວ ແລະ ເສີມຂະຫຍາຍບັນດາຄຸນຄ່າໃນຊີວິດສັງຄົມຂອງຊາວຫວຽດນາມມາຮອດທຸກວັນນີ້. ນີ້ກໍແມ່ນພື້ນຖານເພື່ອສ້າງພົວພັນທາງດ້ານວັດທະນະທຳ, ການແລກປ່ຽນປະຊາຊົນຢ່າງເລິກເຊິ່ງລະຫວ່າງ 2 ປະເທດ, ແມ່ນພື້ນຖານແຫ່ງນ້ຳໃຈມິດຕະພາບຢ່າງໜັກແໜ້ນລະຫວ່າງຫວຽດນາມ ແລະ ອິນເດຍ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ສະແດງູຄວາມຫວັງຢາກໃຫ້ອຳນາດການປົກຄອງ ແລະ ປະຊາຊົນລັດ Bihar ຈະສືບຕໍ່ຮັກສາບັນດາຄຸນຄ່າວັດທະນະທຳມະນຸດອັນສູງສົ່ງຂອງພຸດທະສາສະໜາ, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ, ພະສົງສຳມະເນັນ, ພຸດທະສາສະນິກກະຊົນຫວຽດນາມ ໄປນະມັດສະການ, ເຄື່ອນໄຫວທາງສາສະໜາ ແລະ ທ່ອງທ່ຽວ. ທ່ານປະທານປະເທດປາດຖະໜາວ່າ ລັດ Bihar ຊຸກຍູ້ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມໃນຂົງເຂດທີ່ມີທ່າແຮງ.
ໃນວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ໄປຢ້ຽມຢາມວັດ ເຟິດກ໋ວກຕຶ ຊຶ່ງແມ່ນວັດທຳອິດຂອງຫວຽດນາມຕັ້ງຢູ່ ລັດ Bihar.
ໃນຕອນບ່າຍວັນດຽວກັນ, ພັນລະນາຂອງທ່ານປະທານປະເທດຫວຽດນາມ , ທ່ານນາງ ຫງວຽນທິຮ່ຽນ ໄດ້ໄປຢ້ຽມຢາມໂຮງຮຽນແຫ່ງຄວາມຮັກ ເຕິດດາດດາ ຢູ່ນະຄອນ Bodh Gaya.