(vovworld) – ທີ່ສຳນັກງານປະທານປະເທດ, ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດຈີເລ Fernando Ayala, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດຢູ່ຫວຽດນາມ. ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ຕີລາຄາສູງອາຍຸການປະຕິບັດງານຂອງທ່ານ Fernando Ayala ຊຶ່ງໄດ້ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນ 2 ຝ່າຍໄດ້ລົງນາມໃນສັນຍາການຄ້າເສລີ 2 ຝ່າຍຢ່າງສຳເລັດຜົນ. ນີ້ແມ່ນສັນຍາການຄ້າເສລີສະບັບທຳອິດລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນອາເມລິກາໃຕ້. ທ່ານປະທານປະເທດເນັ້ນໜັກວ່າ, ໃນໄລຍະຜ່ານມາ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ພ້ອມກັບບັນດາສັນຍາທີ່ໄດ້ລົງນາມນຳວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດເພີ່ມຂຶ້ນຢ່າງໄວ. ພ້ອມກັນນັ້ນ, 2 ປະເທດກໍ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສພາກພື້ນ ແລະ ສາກົນ.
ສ່ວນທ່ານເອກອັກຄະລັດຖະທູດ Fernando Ayala ຢືນຢັນວ່າ, ພາຍຫຼັງສິ້ນສຸດໜ້າທີ່ປະຕິບັດງານຢູ່ຫວຽດນາມ, ເຖິງວ່າໃນຖານະຕຳແໜ່ງໃດກໍ່ຕາມ, ຍາມໃດທ່ານກໍ່ຈະສະໜັບສະໜູນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ - ຈີເລ.