ປະທານປະເທດ ເຈືອງເຕີ້ນຊາງ ພົບປະກັບພະນັກງານ, ຄູອາຈານວິທະນາຄານພະລາທິການ


ປະທານປະເທດ ເຈືອງເຕີ້ນຊາງ ພົບປະກັບພະນັກງານ, ຄູອາຈານວິທະນາຄານພະລາທິການ - ảnh 1
ປະທານປະເທດ ເຈືອງເຕີ້ນຊາງ ພົບປະກັບພະນັກງານ, ຄູອາຈານວິທະນາຄານພະລາທິການ

(vovworld)- ຕອນ​ບ່າຍ​ວັນ​ທີ 10/6, ຢູ່​ຮ່າ​ໂນ້ຍ,  ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງເຕີ້ນ​ຊາງ ໄດ້​ພົບ​ປະ​ກັບ​ພະ​ນັກ​ງານ, ຄູ​ອາ​ຈານ​ທີ່​ດີ​ເດັ່ນ​ຂອງວິ​ທະ​ນາ​ຄານ​ພະ​ລາ​ທິ​ການ ເນື່ອງ​ໃນ​ໂອ​ກາດ 64 ປີ​ແຫ່ງວັນ​ສ້າງ​ຕັ້ງວິ​ທະ​ນາ​ຄານ​ພະ​ລາ​ທິ​ການ (15/6/1951 – 15/6/2015) , ທີ່​ການ​ພົບ​ປະ , ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງເຕີ້ນ​ຊາງ ໄດ້​ຢືນ​ຢັນ​ວ່າ ກຳ​ລັງ​ພະ​ລາ​ທິ​ການ ມີ​ບົດ​ບາດ​ສຳ​ຄັນ​ພິ​ເສດ​ໃນ​ແຕ່​ລະ​ໄລ​ຍະ​ພັດ​ທະ​ນາ​ຂອງກອງ​ທັບ​ເວົ້າ​ສະ​ເພາະ ແລະ ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ຂອງ​ປະ​ເທດ​ຊາດ​ເວົ້າ​ລວມ. ​ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງເຕີ້ນ​ຊາງ ສະ​ເໜີ​ພະ​ນັກ​ງານ, ນັກ​ຮົບ​ເວົ້າ​ລວມ ແລະ ວິ​ທະ​ຍາ​ຄານ​ພະ​ລາ​ທິ​ການ​ເວົ້າ​ສະ​ເພາະ ຕ້ອງ​ຊາບ​ຊຶມ 2 ໜ້າ​ທີ່​ຍຸດ​ທະ​ສາດ​ຄື ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຊຶ່ງ​ພັກ ແລະ ລັດ​ໄດ້​ວາງ​ອອກ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງເຕີ້ນ​ຊາງ ເນັ້ນ​ໜັກ​ວ່າ : ພັກ, ລັດ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ລົງ​ທຶນ​ໃຫ້​ຂົງ​ເຂດ​ປ້ອງ​ກັນ​ຊາດ ແລະ ສະ​ເໜີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ຈົ່ງ​ສ້າງ​ເງື່ອນ​ໄຂ​ລົງ​ທຶນ​ດ້ານ​ພື້ນ​ຖານ​ວັດ​ຖຸ, ພາ​ຫະ​ນະ​ອຸ​ປະ​ກອນ​ໃຫ້​ແກ່​ກຳ​ລັງພະ​ລາ​ທິ​ການ​ເພ​ື່ອ​ຕອບ​ສະ​ໜອງ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ