ປະທານປະເທດ ເຈືອງເຕີນຊາງ ພົບປະເຈລະຈາກັບ
ປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້
(ພາບ:Truongtansang.net)
( vovworld ) - ວັນທີ 10/2, ໂດຍສືບຕໍ່ການຢ້ຽມຢາມສັນຖະວະໄມຕີ ສປປລາວ ຢ່າງເປັນທາງການ, ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ອອກຈາກນະຄອນຫຼວງ ວຽງຈັນ ເດີນທາງໄປຢ້ຽມຢາມແຂວງ ຈຳປາສັກ.
ເມື່ອໄປຢ້ຽມຢາມໂຮງງານປຸງແຕ່ງຢາງພາລາ 27/2 ສັງກັດບໍລິສັດຫຸ້ນສ່ວນຢາງພາລາຫວຽດ-ລາວ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບໍລິສັດໃນການລົງທຶນເຂົ້າລາວ ແລະຖືວ່າ, ການເຄື່ອນໄຫວຂອງບໍລິສັດໄດ້ປະກອບສ່ວນແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານລາວນັບ ຮ້ອຍຄົນ ພ້ອມທັງໄດ້ປະກອບສ່ວນລົບລ້າງຄວາມອຶດຫີວ ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນຢູ່ບໍລະເວນມີໂຄງການ. ຕໍ່ຈາກນັ້ນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງສະຖານີວິທະຍຸກະຈາຍສຽງ ປາກຊອງ ຊື່ງແມ່ນໜື່ງໃນບັນດາໂຄງການກໍ່ສ້າງດ້ວຍແຫຼ່ງທຶນ ODA ຂອງລັດຖະບານ ຫວຽດນາມ ສະຫງວນໃຫ້ບັນດາເຂດຫ່າງໄກສອກຫລີກຂອງລາວ. ເຫດການນີ້ແມ່ນການສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດຢ່າງມີຊີວິດຊີວາ ແລະ ກໍແມ່ນໜື່ງໃນບັນດາການເຄືອ່ນໄຫວສຳຄັນ ຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນມິດຕະພາບພິເສດ ຫວຽດນາມ-ລາວ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາສົ່ງເສີມການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ລາວ. ກ່າວຄຳເຫັນນະທີ່ນີ້, ປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: “ຫວຽດນາມ ປາດຖະຫນາວ່າ, ໃນປີນີ້, ການພົວພັນລະຫວ່າງສອງປະເທດຈະມີການປ່ຽນແປງທີ່ສຳຄັນເມື່ອທຽບກັບຊຸມປີກ່ອນ ເພື່ອເຮັດໃຫ້ ວົງເງິນການຄ້າສອງສົ້ນລະຫວ່າງ ສອງປະເທດ ຮອດປີ 2015ບັນລຸໃຫ້ໄດ້ກ່ວາ 2 ຕື້ໂດລາສະຫະລັດ”.
ກ່ອນໜ້ານັ້ນ, ໃນຕອນຄ່ຳຂອງວັນທີ 9/2, ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ຈູມມາລີ ໄຊຍະສອນ ໄດ້ຈັດງານລ້ຽງຕ້ອນຮັບປະທານປະເທດ ເຈືອງເຕີນຊາງ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ຢ່າງສົມກຽດ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ເນັ້ນໜັກວ່າ: ການຢ້ຽມຢາມສັນທະວະໄມຕີ ສປປລາວ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໂດຍປະທານປະເທດ ເຈືອງເຕີນຊາງ ນຳຫນ້າ ໄດ້ນຳບັນດາອາລົມຈິດຄວາມຮັກແພງອັນເລິກເຊີ່ງ, ຄວາມສາມັກຄີແບບພິເສດ; ຄວາມສະໜິດກຕິດພັນ, ສັດຊື່ບໍລິສຸດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ມາໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ລາວ. ສ່ວນປະທານປະເທດ ເຈືອງເຕີນຊາງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍ, ນັ້ນແມ່ນພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນ ລາວ ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອສາມັກຄີແບບພິເສດ, ຮຽງບ່າຮຽງໄລ່, ຮ່ວມແຮງຮ່ວມໃຈ ປະກອບສ່ວນສ້າງສາສອງປະເທດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບພັດທະນາຈະເລີນຮຸ່ງເຮືອງ, ປະຊາຊົນສອງປະເທດນັບມື້ນັບອີ່ມໜຳສຳລານ ແລະ ສົມບູນພູນສຸກ.
ແລະກໍໃນວັນທີ 9/2, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ແລະປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້; ໄປຢ້ຽມຢາມອະນຸສາວະລີນັກຮົບນິລະນາມ; ໃຫ້ການຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ; ປະທານແນວລາວສ້າງຊາດ ແລະການນຳແຂວງຫຼວງພະບາງ; ໄປຢ້ຽມຢາມນັກປະຕິວັດອະວຸໂສລາວຈຳນວນໜື່ງ; ໄປຢ້ຽມຢາມ ແລະໂອ້ລົມກັບພະນັກງານ ພາລະກອນສະຖານທູດ ຫວຽດນາມ ປະຈຳລາວ ແລະຊາວ ຫວຽດນາມ ອາໄສຢູ່ ລາວ.