ປະທານ​ປະ​ເທດ​ຈີນ ​​ໂອ້​ລົມທາງ​ໂທລະ​ສັບ​ກັບ ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ​ແລະ ​ໄທ

(VOVWORLD) -      ວັນທີ 14 ກໍລະກົດ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ແລະ ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ເພື່ອແລກປ່ຽນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ກໍຄື ທ່າອ່ຽງຮ່ວມມືລະຫວ່າງບັນດາຝ່າຍ.

        ໃນການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ສະແດງຄວາມຊົມເຊີຍຕໍ່ພັກກະທໍາເພື່ອປະຊາຊົນຂອງທ່ານ ຫຼີຊຽນຫຼົງ ທີ່ຍາດໄດ້ໄຊຊະນະໃນການເລືອກຕັ້ງຜ່ານມາ; ພ້ອມທັງເຊື່ອໝັ້ນຕໍ່ການຊີ້ນໍາ, ນໍາພາຂອງທ່ານ ຫຼີຊຽນຫຼົງ. ທ່ານປະທານປະເທດຈີນ ເນັ້ນໜັກວ່າ ປີນີ້ ແມ່ນປີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຈີນ - ສິງກະໂປ, ສອງຝ່າຍ ຕ້ອງຫັນການຜັນຂະຫຍາຍການເຄື່ອນໄຫວສະເຫຼີມສະຫຼອງດ້ວຍຫຼາຍຮູບຫຼາຍແບບ, ນໍາໄມຕີຈິດມິດຕະພາບລະຫວ່າງສອງປະເທດເຂົ້າສູ່ລວງເລິກ.

        ສ່ວນໃນການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຊາ, ປະທານປະເທດ ຈີນ ຫວັງວ່າ ໄລຍະຈະມາເຖິງ ສອງຝ່າຍຈະສືບຕໍ່ຍູ້ແຮງບັນດາໂຄງການຮ່ວມມືສອງຝ່າຍ, ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຈີນ - ໄທ ບັນລຸໄດ້ລະດັບພັດທະນາໃໝ່.

        ໃນການໂອ້ລົມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ສິງກະໂປ ແລະ ທ່ານນາຍົກລັດຖະມົນຕີ ໄທ ລ້ວນແຕ່ຖືວ່າ ບັນດາຝ່າຍຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນຫຼາຍຂົງເຂດ.

 ນັກຂ່າວ VOV ປະຈໍາ ຈີນ


ຕອບກັບ

ຂ່າວ/ບົດ​ອື່ນ