(vovworld) – ວັນທີ 14/9, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄປຍັງ Male, ເປັນຂີດໝາຍເປັນຄັ້ງທຳອິດການນຳ ປັກກິງ ຢ້ຽມຢາມທາງລັດຖະກິດ Maldives ນັບແຕ່ເມື່ອ 2 ປະເທດສ້າງຕັ້ງສາຍພົວພັນທາງການທູດກ່ອນນີ້ 42 ປີ. ນີ້ກໍ່ແມ່ນປະເທດທຳອິດໃນການປະຕິບັດງານຂອງທ່ານ ສີຈີ້ນຜິງ ໃນການປະຕິບັດງານ ອາຊີໃຕ້ ຫຼັງຈາກນັ້ນທ່ານຈະໄປເຖິງ ສີລັງກາ ແລະ ອິນເດຍ. ຄາດວ່າ, ຢູ່ Male, ທ່ານປະທານ ສີຈີ້ນຜິງ ຈະເຈລະຈາກັບປະທານາທິບໍດີ Maldives, ທ່ານ Abdulla Yameen. ໃນໄລຍະ 42 ປີຜ່ານມາ, ການພົວພັນຮ່ວມມື ຈີນ - Maldives ສຸມໃສ່ເຂົ້າໃນຂົງເຂດການຄ້າ ແລະ ການທ່ອງທ່ຽວ. ວັນທີ 16/9, ທ່ານປະທານ ສີຈີ້ນຜິງ ຈະໄປເຖິງ ສີລັງກາ ແລະ ວັນທີ 17/9 ຈະໄປເຖິງ ອິນເດຍ.