ປະທານປະເທດພົບປະກັບບັນດານັກຮົບເກົ່າກອງພົນ 1 ວິລະຊົນ

ປະທານປະເທດພົບປະກັບບັນດານັກຮົບເກົ່າກອງພົນ 1 ວິລະຊົນ - ảnh 1
(ປະທານ​ປະ​ເທດ​ພົບ​ປະ​ກັບ​ບັນດາ​ນັກຮົບ​ເກົ່າ​ກອງ​ພົນ 1 ວິລະ​ຊົນ)

(vovworld) - ທີ່​ການ​ຕ້ອນຮັບບັນດາ​ນັກຮົບ​ເກົ່າ​ກອງ​ພົນ 1 ວິລະ​ຊົນ​ໃນ ​ຕອນ​ບ່າຍ​ວັນ​ທີ 23/10, ຕາງໜ້າ​ການ​ນຳ​ພັກ ​ແລະ ລັດ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຊົມ​ເຊີຍ​ການ​ປະກອບສ່ວນ ​ແລະ ອວຍພອນ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງບັນດາ​ພະນັກງານ, ນັກຮົບກອງ​ພົນ 1 ບັນລຸ​ໄດ້​ໃນ 9 ປີ ທີ່​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ ຕ້ານ​ອາ​ເມ​ລິ​ກາ ນັບ​ແຕ່​ເດືອນ 5/1965. ​ໃນຕະຫຼອດ​ໄລຍະ 9 ປີ​ນັ້ນ, ກອງ​ພົນ 1 ​ໄດ້​ທຳ​ການຕໍ່ສູ້​ຢູ່​ເຂດ​ໄຕ​ງວຽນ, ​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້. ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ​ແລະ ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​​ໃຕ້​ກຳປູ​ເຈຍ ​ແລະ ກອງ​ພົນ 1 ຍາດ​ໄດ້​ໄຊຊະນະອັນ​ໃຫຍ່​ຫຼວງ​ຢ່າງ​ຕໍ່​ເນື່ອງ.

        ທີ່​ການ​ຕ້ອນຮັບ, ທ່ານປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ສະ​ເໜີ​ບັນດາ​ນັກຮົບ​ເກົ່າ​ສືບ​ຕໍ່​ຍົກ​ສູງ​ນຳ້​ໃຈ​ອ້າ​ຍທະຫານ​ລຸງ​ໂຮ່, ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທຸກ​ຢ່າງ, ກໍ່ສ້າງ​ປະ​ເທດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ, ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ; ພ້ອມ​ທັງສຶກສາ​ມູນ​ເຊື້ອ​ວິລະ​ຊົນ​ຂອງ​ຊາດ​ໃຫ້​ລຸ້ນໜຸ່ມ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ