ປະທານປະເທດມອບຂໍ້ລົກລົງແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ
(ພາບ:TTXVN)
(vovworld) - ຕອນບ່າຍວັນທີ 31/7, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ມອບຂໍ້ຕົກລົງ ແລະ ຊົມເຊີຍຜູ້ພິພາກສາ 15 ຄົນໄດ້ຮັບຖານະຕຳແໜ່ງອັນສູງສົ່ງ. ທ່ານປະທານປະເທດ ຢືນຢັນວ່າ: ນີ້ແມ່ນຄວາມເປັນກຽດຢ່າງຍິ່ງຂອງຜູ້ພິພາກສາແຕ່ລະຄົນ ແລະ ພ້ອມກັນ ກໍ່ແມ່ນໜ້າທີ່ຮັບຜິດຊອບ ທີ່ໜັກໜ່ວງທີ່ສຸດ.
ໂດຍເນັ້ນໜັດບົດບາດຂອງສະພາຜູ້ພິພາກສາ ແລະ ສານປະຊາຊົນສູງສຸດ ດ້ວຍບັນດາຂໍ້ກຳນົດໃນລັດຖະທຳມະນູນ 2013, ທ່ານປະທານປະເທດ ປາດຖະໜາມີຄວາມຫວັງ ແລະ ເຊື່ອໜັ້ນຕໍ່ບັນດາຜູ້ພິສາກສາຈະມີສະຕິຄວາມຮັບຮູ້ທີ່ຕັ້ງບົດບາດໃໝ່ຂອງສານປະຊາຊົນກ່ຽວກັບຄວາມຮັບຜິດຊອບ ແລະ ສິດອຳນາດຂອງຜູ້ພິພາກສາ ແລະ ສະພາຜູ້ພິພາກສາໃຫ້ຄົບຖ້ວນ ແລະ ເລິກເຊິ່ງ. ທ່ານປະທານປະເທດ ເນັ້ນໜັກວ່າ: ຄວາມຮຽກຮ້ອງຕ້ອງກັານທຳອິດສຳລັບຜູ້ພິພາກສາແມ່ນຕ້ອງເຄົາລົບກົດໝາຍ, ມີຈິດໃຈທ່ຽງທຳ, ມີຄຸນນະພາບ ແລະ ມີຄວາມສາມາດທາງດ້ານວິຊາຊີບ.