ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ແລະ ເອກອັກຄະລັດຖະທູດມົງໂກລີ ໂດຊີ ອັງຄບາດ |
(vovworld)- ຕອນບ່າຍວັນທີ 24/10, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດມົງໂກລີ ໂດຊີ ອັງຄບາດ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ຫວຽດນາມ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ເນັ້ນໜັກວ່າ ໃນຊຸມມື້ທີ່ຜ່ານມາ, ການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຫວຽດນາມ-ມົງໂກລີ ຍາມໃດກໍໄດ້ຮັບການປັບປຸງ ແລະ ພັດທະນາຢ່າງດີງາມໃນບັນດາຂົງເຂດ. 2 ປະເທດໄດ້ບັນລຸຂໍ້ຕົກລົງຮ່ວມມືກັນຫຼາຍຂໍ້ໃນຂົງເຂດເສດຖະກິດ, ການຄ້າ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງຫວັງວ່າ ໃນໄລຍະທີ່ຈະມາເຖິງ, 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເປັນຕົ້ນແມ່ນຂັ້ນສູງ ແລະ ສືບຕໍ່ຮ່ວມມືໃນຂົງເຂດການຄ້າ.
ສ່ວນທ່ານ ເອກອັກຄະລັດຖະທູດມົງໂກລີ ໂດຊີ ອັງຄບາດ ຢືນຢັນວ່າ ເຖິງວ່າດຳລົງໃນຖານະຕຳແໜ່ງໃດກໍຕາມ, ທ່ານຈະມານະພະຍາຍາມປະກອບສ່ວນຊຸກຍູ້ສາຍພົວພັນອັນດີງາມລະຫວ່າງ 2 ປະເທດ.