ການຕ້ອນຮັບທ່ານປະທານປະເທດ, ພັນລະຍາ ແລະ ຄະນະຜູ້ແທນ ຫວຽດນາມ ຢູ່ສະໜາມບິນ
|
(vovworld) - ວັນທີ 15/11, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ຫວຽດນາມ ໄດ້ໄປເຖິງນະຄອນຫຼວງ ລາຮາວານ, ເລີ່ມຕົ້ນການຢ້ຽມຢາມ ສ. ກູບາ ຢ່າງເປັນທາງການແຕ່ວັນທີ 15 – 17/11/2016. ພາຍຫຼັງໄປຮອດນະຄອນຫຼວງ ລາຮາວານ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບຜູ້ການນຳປະຕິວັດ ກູບາ Fidel Castro. ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ນຳ Fidel Castro ໄດ້ທົບທວນຄືນບັນດາຂີດໝາຍປະຫວັດສາດທີ່ພົ້ນເດັ່ນໃນການພົວພັນລະຫວ່າງ 2 ປະເທດໃນກ່ວາ 50 ປີຜ່ານມາ ແລະ ແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຜູ້ນຳ Fidel Castro ໄດ້ຊົມເຊີຍທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ຢ້ຽມຢາມທາງລັດຖະກິດ ກູບາ, ປະກອບສ່ວນເຮັດໃຫ້ການພົວພັນຖານອ້າຍນ້ອງທີ່ເປັນມູນເຊື່ອແບບພິເສດລະຫວ່າງ ຫວຽດນາມ - ກູບາ ເລິກເຊິ່ງຂຶ້ນຕື່ມ.
ຕອນເຊົ້າວັນທີ 16/11( ຕາມເວລາ ຫວຽດນາມ) ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ພ້ອມກັບຄະນະໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ກູບາ ແລະ ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ກູບາ.