ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງແຂວງຮ່ານາມ

ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງແຂວງຮ່ານາມ - ảnh 1
(ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ວາງ, ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 01/01, ຢູ່​ນະ​ຄອນ ຟຸ​ລິ໋, ຄະ​ນະ​ພັກ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແຂວງ  ຮ່າ​ນາມ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ​ຮ່າ​ນາມ ຄືນ​ໃໝ່ (01/01/1997 – 01/01/2017) ຢ່າງ​ສົມ​ກຽດ. ເຂົ້າ​ຮ່ວມ ແລະ ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍ​ວາງ ຊີ້​ແຈ້ງວ່າ, ອົງ​ຄະ​ນະ​ພັກ, ອຳ​ນາ​ດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ຮ່າ​ນາມ ຕ້ອງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ແຮງ​ຂອງ​ທ້ອ​ງ​ຖິ່ນ, ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸ​ມ​​ໃຫຍ່ອົງ​ຄະ​ນະ​ພັກ​ແຂວງ​ຄັ້ງ​ທີ 19 ຢ່າງ​ມີ​ໄຊ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ວ່າ.

        “ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ​ຮ່າ​ນາມ ຕ້ອງ​ປັບ​ປຸງ, ສ້າງ​ສຳ​ເລັດ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ພື້ນ​ຖານ​ໂຄງ​ລ່າງ ແລະ ບັນ​ດາ​ການ​ບໍ​ລິ​ການ ​ໜູນ​ຊ່ວຍຕິດ​ພັນ​ກັບ​ການ​ເພີ່ມ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ເຂດ, ກຸ່ມ​ອຸດ​ສາ​ຫະ​ກຳ… ເອົາ​ໃຈ​ໃສ່​ຍົກ​ສູ​ງ​ຄຸນ​ນະ​ພາບ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ບຳ​ລຸງສ້າງ​ອາ​ຊີບ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຮັບ​ປະ​ກັນ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ນັກ​ລົງ​ທ​ຶນ.”

        ເນື່ອງ​ໃນ​ໂອ​ກາດນີ້, ໂດຍ​ຕາງ​ໜ້າ​ໃຫ້​ພັກ, ລັດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ມອບ​ຫຼຽນ​ໄຊ​ເອ​ກະ​ລາ​ດ​ຊັ້ນ​ໜຶ່ງ​ ຄັ້ງ​ທີ 2 ໃຫ້​ແຂວງ​ຮ່າ​ນາມ.

ຂ່າວ/ບົດ​ອື່ນ