ປະທານປະເທດເຈືອງ ເຕິນຊາງເຮັດວຽກກັບ ກະຊວງຕຳຫຼວດຫວຽດນາມ
ທ່ານປະທານປະເທດເຈືອງເຕິນຊາງ
(ພາບ: baogialai.com.vn)
(vovworld)- ວັນທີ 2/4, ຢູ່ຮ່າໂນ້ຍ, ທ່ານປະທານປະເທດເຈືອງເຕິນຊາງ ໄດ້ມີການເຮັດວຽກກັບກະຊວງຕຳຫຼວດຫວຽດນາມ ກ່ຽວກັບສະພາບອາດຊະຍາກຳ, ລະເມີດກົດໝາຍ ແລະ ວຽກງານຈຸດສຸມໃນການປ້ອງກັນ, ຕ້ານອາດຊະຍາກຳ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດເຈືອງເຕິນຊາງ ຮຽກຮ້ອງໃຫ້ ທົ່ວຂະແໜງຕຳຫຼວດຕ້ອງບູລະນະກົງຈັກ, ຍົກສູງບັນດາວຽກງານວິຊາການ, ເພີ່ມທະວີຄວາມຮັບຜິດຊອບ, ຮັດແໜ້ນລະບຽບວິໄນພາຍໃນ, ຍູ້ແຮງວຽກງານກໍ່ສ້າງພັກໃນທົ່ວກຳລັງ. ທ່ານປະທານປະເທດເຈືອງເຕິນຊາງ ເນັ້ນໜັກວ່າ, ພ້ອມກັບການປະຕິບັດບັນດາໜ້າທີ່ພື້ນຖານຄືຈຳກັດ ແລະ ຫລຸດຜ່ອນອາດຊະຍາກຳປະເພດຕ່າງໆ, ບັນດາຫົວໜ່ວຍມີໜ້າທີ່ຮັບຜິດຊອບຂອງຂະແໜງຕ້ອງສະເໜີບັນດາມາດຕະການ, ສ້າງບັນດາເອກະສານດ້ານກົດໝາຍຕາມລັດຖະທຳມະນູນປີ 2013 ກ່ຽວກັບວຽກງານຈຸດສຸມໃນການປ້ອງກັນ, ຕ້ານອາດຊະຍາກຳເປັນສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕົວຈິງ. ທ່ານປະທານປະເທດ ເຈືອງເຕິນຊາງ ຍັງຮຽກຮ້ອງໃຫ້ກຳລັງຕຳຫຼວດຕ້ອງປະຕິບັດບົດບາດຫຼັກແຫຼ່ງເປັນຢ່າງດີ, ຍູ້ແຮງຂະບວນການທົ່ວປວງຊົນປົກປັກຮັກສາປະເທດຊາດ, ສ້າງການຫັນປ່ຽນຢ່າງແຮງກ່ຽວກັບການສ້າງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັກສາລະບຽບວີໄນ, ຍົກສູງສະຕິຄວາມຮັບຮູ້ເຄົາລົບກົດໝາຍໃນວົງຄະນາຍາດ./.