ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຄະນະຜູ້ແທນເຍົາວະຊົນພາກໃຕ້

ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຄະນະຜູ້ແທນເຍົາວະຊົນພາກໃຕ້ - ảnh 1
(ທ່ານ​ປ ​ເຈືອງ​ເຕີ໋ນຊາງ ​​ຕ້ອນຮັບ​ຄະນະ​ຜູ້​ແທນ​​ອະ​ດີດ​
ນັກຮົບເຍົາວະ​ຊົນຕໍ່ສູ້ຕ້ານ ອາ​ເມ​ລິ​ກາ ພາກ​ໃຕ້)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 25/02, ຢູ່​ສຳນັກງານປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​​ອະ​ດີດ​ນັກຮົບເຍົາວະ​ຊົນຕໍ່ສູ້ຕ້ານ ອາ​ເມ​ລິ​ກາ ພາກ​ໃຕ້ ​ເຄີຍ​ໄດ້​ພົບ​ປະ​ກັບ​ປະທານ ​ໂຮ່ຈີ​ມິນ ​ໄລຍະປີ 1967 – 1969. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດຢືນຢັນ​ວ່າ: ພັກ, ລັດຍາມ​ໃດ​ກໍ່​ຈົດ​ຈຳ​ບັນດາວິລະ​ກຳ​ຂອງ​ບັນດາ​ຜູ້​ມີ​ຄຸນງາ​ມຄວາມ​ດີ​ຕໍ່​ລັດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຖື​ວ່າ: ພາຍຫລັງ 30 ປີ​ແຫ່ງ​ວັນ​ປ່ຽນ​ໃໝ່, ປະ​ເທດ​ຊາດ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ, ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ຜ່ານ​ມາ ​ແມ່ນ​ການ​ປະກອບສ່ວນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງ​ທັບ ​ໃນ​ນັ້ນ ມີ​ການ​ປະກອບສ່ວນ​ຂອງ​ແຕ່​ລະບຸ​ກຄົນ​ຜູ້​ແທນ​ທີ່ມີໜ້າ​ໃນ​ການ​ພົບ​ປະ​​ນີ້. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ບັນດາ​ຜູ້​ແທນ ສືບ​ຕໍ່​ປະກອບສ່ວນ​​ເຂົ້າ​ໃນພາລະກິດ​ສ້າງສາ​ປະ​ເທດ​ຊາດ ​ແລະ ຍາມ​ໃດ​ກໍ່​ເປັນ​ແບບຢ່າງ​ໃຫ້​ລຸ່ນໜຸ່ມຮ່ຳຮຽນ​ຕາມ ​ໃນ​ພາລະກິດ​ສ້າງສາ ​ແລ​ະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ທຸກ​ວັນ​ນີ້.

ຂ່າວ/ບົດ​ອື່ນ