(vovworld) – ຕອນບ່າຍວັນທີ 14/02, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມການພົບປະກັບບັນດານັກຮົບປະຕິວັດຖືກສັດຕູກັກຂັງຢູ່ເຂດພາກເໜືອ ທີ່ຫໍພິພິດຕະພັນນັກຮົບປະຕິວັດຖືກສັດຕູກັກຂັງບ້ານ ນາມກ໋ວດ, ຕາແສງ ນາມຈ່ຽວ, ເມືອງ ຟຸ໋ຊວຽນ, ຮ່າໂນ້ຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ດ້ວຍອິດທິຜົນຊື່ສຽງ ແລະ ບົດຮຽນຈາກການຕໍ່ສູ້ຂອງຕົນ, ບັນດາອະດີດນັກຮົບປະຕິວັດ ຕ້ອງສືບຕໍ່ປະກອບສ່ວນພ້ອມກັບທ້ອງຖິ່ນ ປະຕິບັດບັນດາໜ້າທີ່ການເມືອງຢ່າງມີໄຊ, ໂດຍສະເພາະແມ່ນວຽກງານກໍ່ສ້າງພັກ. ທ່ານປະທານປະເທດປາດຖະໜາວ່າ, ບັນດາອະດີດນັກຮົບປະຕິວັດ ສືບຕໍ່ເສີມຂະຫຍາຍບັນດາວຽກງານທີ່ໄດ້ປະຕິບັດມາແລ້ວ, ໂດຍສະເພາະແມ່ນວຽກງານສຶກສາອົບຮົມມູນເຊື້ອໃຫ້ລຸ່ນໜຸ່ມ; ປະກອບສ່ວນກໍ່ສ້າງພັກ ໃຫ້ໝັ້ນຄົງ, ເຂັ້ມແຂງ, ປອດໄສ, ແມ່ນບ່ອນອີງທີ່ໄວ້ເຊື້ອເຊື່ອໃຈຂອງຄະນະພັກທ້ອງຖິ່ນທຸກຂັ້ນ.