(vovworld) – ເມື່ອໂອ້ລົມກັບບັນດາອະດີດນັກໂທດປະຕິວັດຖືກສັດຕູຈັບ, ກັກຂັງຢູ່ຄຸກຫວາລໍ່ ໄລຍະປີ 1930 – 1945, ໃນການພົບປະຕອນເຊົ້າວັນທີ 23/07, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ຄຸກ ຫວາລໍ່ ແມ່ນສະຖານທີ່ຮັກສາຮອງຮອຍບັນດາໂທດກຳເຊິ່ງພວກລ່າເມືອງຂຶ້ນຝລັ່ງ ໄດ້ກໍ່ຂຶ້ນຕໍ່ບັນດານັກຮົບປະຕິວັດ ແລະ ຜູ້ຮັກຊາດ. ພ້ອມທັງ ກໍ່ຢືນຢັນບຸນຄຸນອັນໃຫຍ່ຫຼວງ ແລະ ການອຸທິດສ່ວນສຳຄັນຂອງບັນດານັກຮົບປະຕິວັດລຸ່ນຕ່າງໆໃນພາລະກິດຕໍ່ສູ້ເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ແບບຢ່າງແຫ່ງການຕໍ່ສູ້, ເສຍສະຫຼະຊີວິດຂອງບັນດານັກຮົບຮັກຊາດ, ນັກຮົບກອມມູນິດຢູ່ຄຸກຫວາລໍ່ ຍາມໃດກໍ່ຍືນຍົງຄົງຕົວຕະຫຼອດໄປໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ.
“ຢູ່ທີ່ນີ້, ບັນດານັກຮົບຮັກຊາດ, ນັກຮົບປະຕິວັດ ໄດ້ຍົກສູງເຈດຈຳນົງຕໍ່ສູ້, ນ້ຳໃຈເສຍສະຫຼະຊີວິດທີ່ພິລະອາດຫານ, ຄວາມສະຫຼາດຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງ ເຮັດໃຫ້ການປາບປາມຂອງພວກທຳມະໂລງຖືກປະລາໄຊ. ມູນເຊື້ອອັນສະຫງ່າລາສີນັ້ນ ໄດ້ຮັບການສືບທອດຢູ່ຄຸກແຫ່ງຕ່າງໆໃນການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາ”.
ທ່ານປະທານປະເທດ ເຈືອງເຕິີນຊາງ ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ນະຄອນຮ່າໂນ້ຍ ສືບຕໍ່ປະຕິບັດວຽກງານຕອບບຸນແທນຄຸນ, ຄົ້ນຄວ້າ ສະເໜີບັນດາແຜນນະໂຍບາຍ, ນະໂຍບາຍໃໝ່ເພື່ອແນໃສ່ເອົາໃຈໃສ່ເຖິງບັນດານັກຮົບປະຕິວັດທີ່ຖືກສັດຕູກັກຂັງຢ່າງລະອຽດ ແລະ ແທດຈິງ.