ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນຢູ່ດ່ານສາກົນ ຕິງບຽນ
(ພາບ: baoangiang.com.vn)
|
(vovworld) – ວັນທີ 28/1, ທ່ານປະທານປະເທດ ເຈືອງເຕີນຊາງ ມີການຢ້ຽມຢາມ ແລະ ກວດກາສະພາບການພັດທະນາເສດຖະກິດ ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃນບໍລິເວນແຂວງ ອານຢາງ. ເຊິ່ງແມ່ນອູ່ເຂົ້າຂອງທົ່ວປະເທດ, ດ້ວຍເນື້ອທີ່ດິນຜະລິດກະສິກຳກວມ 80%, ແຂວງ ອານຢາງ ໄດ້ຮັບຖືວ່າແມ່ນແຂວງຈຸດສຸມຂອງເຂດເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ. ອານຢາງຍັງມີທີ່ຕັ້ງບົດບາດຍຸດທະສາດກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເຂດຊາຍແດນທາງທິດຕາເວັນຕົກພາກໃຕ້. ທ່ານປະທານປະເທດ ແລະ ຄະນະປະຕິບັດງານໄດ້ຊອກຮູ້ກ່ຽວກັບການຫັນປ່ຽນໂຄງປະກອບກະສິກຳ ແລະ ໄປກວດກາຢູ່ດ່ານຊາຍແດນສາກົນ ຕິງບຽນ ບ່ອນທີ່ຕິດກັບເມືອງ Krivong, ແຂວງ Takeo, ກຳປູເຈຍ. ເມື່ອເຮັດວຽກກັບການນຳຫຼັກແຫຼ່ງແຂວງ ອານຢາງ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ: ອານຢາງຮັກສາລະດັບເຕີບໂຕໃຫ້ໄດ້, ສ້າງການຫັນປ່ຽນຢ່າງຕັ້ງໜ້າກ່ຽວກັບເສດຖະກິດສັງຄົມໃນຊຸມປີຜ່ານມາປະກອບສ່ວນສຳຄັນຈາກກະສິກຳ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ສະເໜີວ່າ, ໃນສະພາບເຊື່ອມໂຍງນັບມື້ນັບເລິກເຊິ່ງນັ້ນ, ບັນດາອົງການກ່ຽວຂ້ອງພ້ອມກັບການນຳແຂວງອານຢາງຄວນກວດກາຄືນບັນດາຜະລິດຕະພັນຕົ້ນຕໍທີ່ມີທ່າແຮງເພື່ອຫັນປ່ຽນຢ່າງຖືກທິດ. ທ່ານໃສ່ໃຈວ່າ, ອານຢາງ ຄວນຍູ້ແຮງການຫັນປ່ຽນອົງປະກອບຕິດພັນກັບການໝູນໃຊ້ວິທະຍາສາດເຕັກນິກ, ປັບປຸງແບບວິທີການຜະລິດ ເພື່ອແນໃສ່ຍົກສູງມູນຄ່າຜະລິດຕະພັນ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ
ແລະກໍ່ໃນການຢ້ຽມຢາມ, ແລະ ເຮັດວຽກຢູ່ອານຢາງ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນຢູ່ດ່ານສາກົນ ຕິ໊ງບຽນ, ທ່ານປະທານປະເທດໃສ່ໃຈວ່າ, ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນຄວນສືບຕໍ່ຮັກສາສາຍພົວພັນທີ່ດີກັບເພື່ອນມິດກຳປູເຈຍ, ພ້ອມທັງເສີມຂະຫຍາຍມູນເຊື້ອຂອງກຳລັງປ້ອງກັນຊາຍແດນ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ເຂົ້າຮ່ວມຂະບວນການກໍ່ສ້າງຊົນນະບົດໃໝ່ຢ່າງຕັ້ງໜ້າ.
ກ່ອນໜ້ານັ້ນ, ໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ, ທ່ານປະທານປະເທດໄດ້ໄປຢ້ຽມຢາມສຳນັກສັງຄະລາດລອງຊວຽນ, ຢື້ຢາມຖາມຂ່າວບັນດາຍົດສັກຊາວຄິດ ແລ ຊີວິດຂອງຊາວຄິດ, ທ່ານປະທານສະແດງຄວາມປາຖະໜາວ່າສັງຄະນາຍົກ ສືບຕໍ່ເບິ່ງແຍງຊີວິດຂອງຊາວຄິດ, ເພີ່ມທະວີການພົວພັນກັບອຳນາດການປົກຄອງທ້ອງຖີ່ນ, ປະກອບສ່ວນກໍ່ສ້າງເຂດຊາວຄິດໃຫ້ຮັ່ງມີສວຍງາມ. ທ່ານປະທານຫວັງວ່າ, ບັນດາຍົດສັກສາສະໜາຄິດຈະຮ່ວມແຮງຮ່ວມໃຈປະກອບສ່ວນເຂົ້າໃນພາລະກິດກໍ່ສ້າງ ແລະ ພັດທະນາປະເທດ.