ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມລາຍການສະແດງສິລະປະ“ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ2016”
ທ່ານປະທານປະເທດ ເຈືອງເຕີນຊາງ ກ່າວຄຳເຫັນທີ່ລາຍການ
(ພາບ: TTXVN)
(vovworld) – ຕອນຄ່ຳວັນທີ 31/01, ຢູ່ຮ່າໂນ້ຍ, ໄດ້ຈັດລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2016 ດ້ວຍຫົວຂ້ໍວ່າ “ຮ່າໂນ້ຍ ແຫ່ງສັກສິດ”. ລາຍການໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບຄະນະກຳມະການປະຊາຊົນຈັດຕັ້ງ. ເຂົ້າຮ່ວມລາຍການມີທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ, ບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ບັນດາກະຊວງ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນຕ່າງໆ ພ້ອມກັບຊາວຫວຽດນາມ ອາໄສຢູ່ທຸກປະເທດໃນໂລກເກືອບ 2000 ຄົນ ກັບມາປະເທດຕ້ອນຮັບບຸນປີໃໝ່ປະຈຳຊາດ (ບຸນເຕັດ).
ກ່າວຄຳເຫັນທີ່ພິທີໄຂລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2016, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ເນັ້ນໜັກວ່າ, ດັ່ງທີ່ເປັນຄວາມຊີ້ນເຄີຍແລ້ວ, ໃນໂອກາດບຸນປີໃໝ່ວຽນມາ, ລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ໄດ້ກາຍເປັນຈຸດນັດພົບຂອງພໍ່ແມ່ພີນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນທຸກປະເທດໃນໂລກ ກັບມາຫວຽດນາມ ຕ້ອນຮັບບຸນເຕັດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢືນຢັນວ່າ, ຈະສືບຕໍ່ປະຕິບັດວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ຫຼາຍກວ່າ, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງບໍ່ອາດຕັດແຍກອອກຈາກຊາດຫວຽດນາມ ໄດ້.
ກ່າວຄຳເຫັນ ແລະ ຕີກອງໄຂງານບຸນໃນຄ່ຳຄືນແລກປ່ຽນສະແດງສິລະປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2016 - ຮ່າໂນ້ຍ ແຫ່ງສັກສິດ”, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ, ປີ 2016 ແມ່ນປີມີຄວາມໝາຍສຳຄັນຍິ່ງ, ແມ່ນປີທຳອິດປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີ 2016 – 2020… ທ່ານປະທານປະເທດ ເຈືອງເຕີນຊາງ ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ປະຊາຊົນຊາວຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດຍາມໃດກໍສາມັກຄີກັນ, ເປັນຈິດໜຶ່ງໃຈດຽວ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທ້າຍ, ນຳປະເທດຊາດບືນຕົວຂຶ້ນໃຫ້ກາຍເປັນປະເທດຮັ່ງມີ, ເຂັ້ມແຂງ, ມີທີ່ຕັ້ງບົດບາດນັບມື້ນັບສູງໃນພາກພື້ນ ແລະ ຢູ່ໃນໂລກ.