(VOVWORLD) -ໄລ່ຮອດຈຸດເວລານີ້, ທ່ານນາງ Nancy Pelosi ຍັງແມ່ນປະທານສະພາຕ່ຳເພດຍິງໜຶ່ງດຽວໃນປະຫວັດສາດຂອງອາເມລິກາ.
ທ່ານນາງ Nancy Pelosi ປະທານສະພາຕ່ຳອາເມລິກາ
(ພາບ: AFP/TTXVN)
|
ວັນທີ 03 ມັງກອນ, ໃນກອງປະຊຸມຄັ້ງທຳອິດຂອງສະພາຕ່ຳຊຸດໃໝ່ຂອງ ອາເມລິກາ ຊຸດທີ 117, ທ່ານນາງ Nancy Pelosi ຂອງພັກປະຊາທິປະໄຕ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນປະທານສະພາຕ່ຳອາເມລິກາ. ສະນັ້ນ, ໄລ່ຮອດຈຸດເວລານີ້, ທ່ານນາງ Nancy Pelosi ຍັງແມ່ນປະທານສະພາຕ່ຳເພດຍິງໜຶ່ງດຽວໃນປະຫວັດສາດຂອງອາເມລິກາ.
ສະພາຕ່ຳອາເມລິກາ ຊຸດໃໝ່ລວມມີສະມາຊິກ 433 ຄົນ. ເຖິງວ່າຖືກເສຍ 13 ທີ່ນັ່ງ ຕໍ່ພັກສາທາລະນະໃນການເລືອກຕັ້ງເມື່ອເດືອນ ພະຈິກ 2020 ກໍຕາມ, ແຕ່ພັກປະຊາທິປະໄຕຍັງມີສິດຄວບຄຸມສະພາຕ່ຳຊຸດໃໝ່.