ປະທານສະພາສະຫະພັນລັດເຊຍສິ້ນສຸດການຢ້ຽມຢາມຫວຽດນາມຢ່າງຈົບງາມ
ທ່ານນາງ Valentina Ivanovna Matvienko, ປະທານສະພາສະຫະພັນລັດເຊຍ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ
ຫງວຽນທິກີມເງິນ
|
(vovworld)- ຕອນບ່າຍວັນທີ 22/2, ຄະນະຜູ້ແທນຂັ້ນສູງ ສະພາສະຫະພັນລັດເຊຍ, ສະພາແຫ່ງຊາດລັດເຊຍ ໂດຍທ່ານນາງ Valentina Ivanovna Matvienko, ປະທານສະພາສະຫະພັນລັດເຊຍ ນຳຫນ້າ ໄດ້ກັບຄືນເມືອປະເທດ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຢ່າງຈົບງາມ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. ໃນໄລຍະຢ້ຽມຢາມຫວຽດນາມ ແຕ່ວັນທີ 20-22/2/2017, ປະທານສະພາສະຫະພັນລັດເຊຍ, ສະພາແຫ່ງຊາດລັດເຊຍ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດເຈີນດ້າຍກວາງ, ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ປະທານສະພາສະຫະພັນລັດເຊຍ, ສະພາແຫ່ງຊາດລັດເຊຍ ໄດ້ເປັນປະທານການເຈລະຈາລະຫວ່າງ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສອງປະເທດ ແລະ ການພົບປະສົນທະນາ “ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ແລະ ສະຫະພັນລັດເຊຍ. ທີ່ການພົບປະຄັ້ງຕ່າງໆລະຫວ່າງການນຳຂັ້ນສູງສອງປະເທດ, ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ ແລະ ສະຫະພັນລັດເຊຍ ນັບມື້ນັບພັດທະນາ ພ້ອມທັງເຊື່ອໝັ້ນວ່າ, ບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງສະພາສະຫະພັນ, ສະພາແຫ່ງຊາດລັດເຊຍ ຈະສ້າງກຳລັງຫນູນໃຫມ່, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ເລິກເຊິ່ງຂຶ້ນຕື່ມ. ສອງຝ່າຍເຫັນດີສ້າງກົນໄກກຸ່ມປະຕິບັດງານທ້ອງຖິ່ນ ໂດຍມີການເຂົ້າຮ່ວມຂອງບັນດາທ້ອງຖິ່ນສອງຝ່າຍ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງທ້ອງຖິ່ນສອງປະເທດໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີ ແລະ ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນລັດເຊຍ ໃນໄລຍະຈະມາເຖິງ.