ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ ຜູ້ອຳນວຍການເຄື່ອນໄຫວພົວພັນຕ່າງປະເທດ EU

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ ຜູ້ອຳນວຍການເຄື່ອນໄຫວພົວພັນຕ່າງປະເທດ EU - ảnh 1
ທ່ານ​ປະທານສະພາ​ແຫ່ງ​ຊາດຫວຽດນາມ ​ຫງວຽນ​ຊິງ​ຮຸ່ງ ແລະ ຜູ້ອຳນວຍການບໍລິ​ຫານ​
ອົງການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດສະຫະພາບ​ເອີ​ລົບ EU  DaVid Ơ Sullivan
(ພາບ: ຂ່າວສານຫວຽດນາມ)

Vovworld- ຕອນ​ບາຍ​ວັນ​ທີ 29 ກຸມພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານສະພາ​ແຫ່ງ​ຊາດຫວຽດນາມ ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການຕ້ອນຮັບ​ຜູ້ອຳນວຍການບໍລິ​ຫານ​ອົງການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດສະຫະພາບ​ເອີ​ລົບ EU ທ່ານ DaVid Ơ Sullivan . ທ່ານ​ປະທານສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ​ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານ DaVid Ơ Sullivan ຄັ້ງ​ນີ້ ຈະ​ເປັນ​ການ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະພາບ​ເອີ​ລົບ ​ແລະ ຢືນຢັນ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳ​ການ​ພົວພັນ ລະຫວ່າງ​ຫວຽດນາມ - ສະຫະພາບ​ເອີ​ລົບຂຶ້ນ​ສູ່​ລະດັບ​ສຸງ​ໃໝ່, ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​​ຝ່າຍ.

    ທ່ານ DaVid Ơ Sullivan ຖື​ວ່າ ປີ 2012 ​ແມ່ນ​ຈຸດ​ເວລາ​ທີ່​ສຳຄັນ​ເພື່ອ​ໃຫ້ ​ຫວຽດນາມ ​ແລ​ະ ສະຫະພາບ​ເອີ​ລົບສິ້ນ​ສຸດ​ການ​ເຈລະຈາ, ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ ( PCA) ​ແລະ​ດຳ​ເນີນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​​ເສລີ( FTA) ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ​ຝ່າຍ​ໃນ​ອະນາຄົດ. ທ່ານ DaVid Ơ Sullivan ຢືນຢັນ​ວ່າ : ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ດີ​ທີ່​ສຸດ​ໃນ​ພາກ​ພື້ນ ອາຊີ​ອາຊີ​ຟິກ, ​ແມ່ນ​ປະ​ເທດ​ທີ່​ສຳຄັນ ຂອງ​ສະຫະພາບ​ເອີ​ລົບ​ໃນ​ກຸ່ມອາຊຽນ.

 

 

ຂ່າວ/ບົດ​ອື່ນ