ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບປະທານສະພາສູງ ຈີເລ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບປະທານສະພາສູງ ຈີເລ - ảnh 1

ປະທ່ານ​ ຫງວຽນ​ຊິງ​ຮຸ່ງ ຕ້ອນຮັບ​ປະທານ Guido Girardin Lavin

ພາບ:nguyensinhhung.net

( vovworld ) –​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້ແທນ​ສະພາ​ສູງ​ສາທາລະນະ​ລັດ​ຈີ​ເລ ​ໂດຍ​ທ່ານ Guido Girardin Lavin ປະທານ​ສະພາ​ສູງ​ນຳ​ໜ້າ​ໄດ້​ເດີນທາງ​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່ມ​ຕົ້ນ ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ພາຍຫຼັງ​ພິທີ​ຕ້ອນຮັບ​ປະທານ​ສະພາ​ສູງ​ຈີ​ເລ ​ແລະ ​ຄະນະຢ່າງ​ເປັນ​ທາງ​ການ ຊື່​ງຖືກ​ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 28/2 ຢູ່​ຮ່າ​ໂນ້ຍ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ພົບ​ປະເຈລະຈາ. ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເຊື່ອໝັ້ນວ່າ ການ​ຢ້ຽມຢາມ​ຂອງ​ຄະນະ​ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ ​ແລະ ນຳ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ຊາດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່; ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ຈີ​ເລ​ກ່ວາ​ອີກ. ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເວົ້າວ່າ:

   “ທ່ານ​ປະທານ​ສະພາ​ສູງ ​Lavin ແລະ​ ຄະນະປະຕິບັດ​ງານ​ໄດ້​ເດີນທາງ​​ໃນໄລຍະ​ທາງ​ອັນ​ຍາວ​ໄກ​ເພື່ອ​ມາ​ຫວຽດນາມ, ນຳ​ມາ​ເຊີ່ງ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ອັນ​ອົບ​ອູ່​ນ ທີ່​ເຕັ່ມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ຫວຽດນາມ ​ແລະ ຈີ​ເລ ມາ​ໃຫ້​ພວກ​ເຮົາ. ຕາງໜ້າ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ, ຂ້າພະ​ເຈົ້າຍີ​ນດີ​ຕ້ອນຮັບ ​ແລະ ອວຍ​ພອນ​ໃຫ້ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ, ພັນ​ລະ​ຍາ ​ແລະ ຄະນະ​ປະຕິບັດ​ງານ ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ນີ້​ແມ່ນ​ການ​ຢ້ຽມຢາມ​ສຳຄັນ ​ແລະ​ ມີ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ຫຼາຍ​ຢ່າງ

  ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານປະທານ​ສະພາ​ສູງຈີ​ເລ​ Guido Girardin Lavin ​ໄດ້​ເຫັນ​ດີ​ເປັນ​ເອກະສັນຈະ​ສືບ​ຕໍ່​ສົມທົບ​ກັນ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ບັນດາ​ເວທີ​ປາ​ໄສ​ລະຫວ່າງ​ລັດຖະສະພາ​ຄື: APEC, EU ​ແລະ​ເວທີ​ປາ​ໄສ​ລະຫວ່າງ​ລັດຖະສະພາ​ໂລກ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ….

   ​ໃນ​ຕອນ​ບ່າຍ​ຂອງ​ວັນທີ 28/2 ດຽວ​ກັນ​ນີ້, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານປະທານ​ສະພາ​ສູງຈີ​ເລ​ Guido Girardin Lavin. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຢັ້ງຢືນວ່າ: ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ຈີ​ເລ ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຜ່ານ​ການ​ຢ້ຽມຢາມ​ຄັ້ງຕ່າງໆ​ຂອງ​ຄະນະ​ຜູ້​ແທນ​ຂັ້ນສູງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນໜັກ​ວ່າ ​ເມື່ອ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ​ ​ໄດ້​ຮັບ​ການ​​ໃຫ້​ສັດ​ຕະ​ຍາ​ບັນ ​ແລະ ​ມີຜົນ​ບັງຄັບ​ໃຊ້, ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ຈະ​ມີ​ບາດກ້າວ​ພັດທະນາ​ໃໝ່. ສ່ວນ​ທ່ານປະທານ​ສະພາ​ສູງຈີ​ເລ​ Guido Girardin Lavin ກໍ​ຢືນຢັນ​ວ່າ ສະພາ​ແຫ່ງ​ຊາດ​ ຈີ​ເລ ຈະ​ເຊັນ​ອະນຸມັດສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ ຊື່​ງ​ສອງ​ປະ​ເທດ​ໄດ້​ເຊັນ​ກັນ​ແລ້ວ​ໂດ​ຍໄວ ​ເພື່ອ​ເປັນ​ພື້ນຖານ​ສຳຄັນ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ທ່ານປະທານ​ສະພາ​ສູງຈີ​ເລ​ Guido Girardin Lavin ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ຈະ​ໄດ້​ຕ້ອນຮັບທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄປ​ຢ້ຽມຢາມ ຈີ​ເລ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ນຳ​ສາຍ​ພົວພັນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ