ທ່ານ ພົນເອກ ຫວໍງວຽນຢາບ
(vovworld) – ເນື່ອງໃນໂອກາດທ່ານພົນເອກ ຫວໍງວຽນຢາບ, ນັກວິລະຊົນຂອງທົ່ວກຳລັງປະກອບອາວຸດປະຊາຊົນຫວຽດນາມ ກ້າວເຂົ້າສູ່ອາຍຸ 103 ປີ (25/8/1911 – 25/8/2013), ວັນທີ 23/8, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ຢ້ຽມຢາມ, ອວຍພອນອາຍຸໝັ້ນຂວັນຍືນທ່ານພົນເອກ ຫວໍງວຽນຢາບ. ສະແດງຄວາມມ່ວນຊື່ນເມື່ອໄດ້ມາຢ້ຽມຢາມ, ອວຍພອນອາຍຸໝັ້ນຂວັນຍືນ ທ່ານພົນເອກ ຫວໍງວຽນຢາບ - ນັກຮຽນທີ່ດີເລີດຂອງປະທານ ໂຮ່ຈີມິນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ຄະນະຜູ້ແທນຄະນະປະຈຳສະພາແຫ່ງຊາດ ໄດ້ລາຍງານຕໍ່ທ່ານພົນເອກ ຫວໍງວຽນຢາບ ກ່ຽວກັບໝາກຜົນການປ່ຽນໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ວິວັດການປັບປຸງລັດຖະທຳມະນູນປີ 1992 ທີ່ພວມໄດ້ຮັບການປະກອບຄຳເຫັນປະຊາຊົນທຸກຊັ້ນວັນນະ.
ທ່ານພົນເອກ ຫວໍງວຽນຢາບ ສະແດງຄວາມເຊື່ອໝັ້ນຕໍ່ສະພາແຫ່ງຊາດ ພ້ອມກັບລັດຖະບານ ແລະ ຜູ້ມີສິດເລືອກຕັ້ງທຸກຄົນ, ປະຊາຊົນໃນທົ່ວປະເທດ ສືບຕໍ່ມານະພະຍາຍາມສູ້ຊົນນຳປະເທດຊາດບັນລຸໄດ້ບັນດາຜົນງານໃໝ່ໃນການພັດທະນາເສດຖະກິດ - ສັງຄົມ.