ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງຕ້ອນຮັບບັນດາຫົວໜ້າສຳນັກງານຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງຕ້ອນຮັບບັນດາຫົວໜ້າສຳນັກງານຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ຕ່າງປະ​ເທດ​ຊຶ່ງ​ຫາ​ກໍ​ໄດ້​ຮັບ​ການ​ແຕ້​ງຕັ້ງ

(vovworld)- ຕອນ​ບ່າຍ​ວັນ​ທີ 22/7, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ຕ່າງປະ​ເທດ​ຊຶ່ງ​ຫາ​ກໍ​ໄດ້​ຮັບ​ການ​ແຕ້​ງຕັ້ງ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ເນັ້ນໜັກວ່າ ໃນສະພາບການໂລກພວມມີການຜັນແປໄປຢ່າງສັບສົນ, ໃນນັ້ນ ມີຫຼາຍກາລະໂອກາດ ແລະ ສິ່ງທ້າທາຍ, ຊຶ່ງຮຽກຮ້ອງໃຫ້ບັນດານັກການທູດ ຄວນຍາດແຍງບັນດາ​ກາລະ​ໂອກາດ​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ 2 ຝ່າຍ​ໃນ​ຫຼາຍ​ດ້ານ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຢ່າງມີ​ໄຫວ​ພິບ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ ປະຊາຊົນ​ຫວຽດນາມ ​ແລະ ​ມວນ​ມະນຸດ​ໃນ​ໂລກ​ລ້ວນ​ແຕ່​ຮັກຫອມ​ສັນຕິພາບ, ຍາມ​ໃດ​ກໍ​ຫວັງ​ມີ​ການ​ຮ່ວມ​ມື, ​ເພາະສະ​ນັ້ນບັນດານັກການທູດຄວນ​ຊຸກຍູ້​ການ​ຮ່ວມ​ມື​ຢ່າງຮອບດ້ານ​ກັບປະ​ເທດ​ຕ່າງໆ, ​ເຮັດ​ໃຫ້​ໂລກ​ເຂົ້່າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ມະນຸດ, ວັດທະນະທຳ ​ແລະ ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ.

  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ມູນ​ເຊື້ອ​ການ​ທູດ ​ແລະ ບົດຮຽນ​ຂອງ​ຕົນ, ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ສຳນັກງານ​ຜູ້​ຕາງໜ້າ​ຫວຽດນາມ​ປະຈຳ​ຕ່າງປະ​ເທດຈົ່ງ​ເສີມ​ຂະຫຍາຍ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ​ເພີ່ມ​ທະວີ​ການ​ຊຸກຍູ້​ການ​ຮ່ວມ​ມື​ລັດຖະສະພາ, ຍາດ​ແຍງ​ການ​ສະໜັບສະໜູນ​ຂອງ​ສະພາ​ແຫ່ງ​ຊາດ​ປະ​ເທດ​ຕ່າງໆ​ໃຫ້​ແກ່​ການ​ພັດທະນາ​ຢູ່​ພາຍ​ໃນ​ປະ​ເທດ​ຊາດ, ກໍ​ຄື​ສົມທົບ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາລະຫວ່າງ​ຊາດ​ສາກົນ IPU ຢູ່​ຮ່າ​ໂນ້ຍ​ໃນ​ປີ 2015 ຢ່າງ​ສຳ​ເລັດ​ຜົນ. 

ຂ່າວ/ບົດ​ອື່ນ