ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

(VOVWORLD) - ໃນໄລຍະຈະມາເຖິງ, 2 ປະເທດຈະພ້ອມກັນສາມັກຄີ, ສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນໃນທຸກຂົງເຂດ.
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບນາຍົກລັດຖະມົນຕີ ທອງລຸນ ສີສຸລິດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ 

ຕອນບ່າຍວັນທີ 03 ຕຸລາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງ ສປປ.ລາວ ມາຢ້ຽມຢາມ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ: ໃນໄລຍະຜ່ານມາ, ການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ພັດທະນາອັນດີງາມ, ຍ້ອນເຫດນັ້ນ, ໃນໄລຍະຈະມາເຖິງ, 2 ປະເທດຈະພ້ອມກັນສາມັກຄີ, ສະໜັບສະໜູນ, ສົມທົບກັນຢ່າງແໜ້ນແຟ້ນໃນທຸກຂົງເຂດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ ສະພາແຫ່ງຊາດ ຫວຽດນາມ ຈະສະໜັບສະໜູນ 2 ລັດຖະບານໃນການສ້າງລະບົບນະໂຍບາຍກົດໝາຍໃຫ້ສົມບູນແບບ ແລະ ຜັນຂະຫຍາຍການປະຕິບັດບັນດານະໂຍບາຍນັ້ນ. ກ່ຽວກັບຝ່າຍລາວ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຖືວ່າ: ເລື່ອງສຶກສາກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງ 2 ປະເທດໃຫ້ລຸ້ນຫລັງ ແມ່ນວຽກງານທີ່ຈຳເປັນ ແລະ ສຳຄັນ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ປາດຖະໜາວ່າ ໃນໄລຍະຈະມາເຖິງ 2 ປະເທດເພີ່ມທະວີການສຶກສາໃຫ້ລຸ້ນໜຸ່ມກ່ວາອີກ, ບັນດາຜູ້ທີ່ຮັກສານ້ຳໃຈມິດຕະພາບ, ຄວາມສາມັກຄີໃຫ້ທັງ 2 ປະເທດ.

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບນາຍົກລັດຖະມົນຕີ ທອງລຸນ ສີສຸລິດ - ảnh 2
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບນາຍົກລັດຖະມົນຕີ ທອງລຸນ ສີສຸລິດ - ảnh 3 ທີ່ການຕ້ອນຮັບ
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຕ້ອນຮັບນາຍົກລັດຖະມົນຕີ ທອງລຸນ ສີສຸລິດ - ảnh 4

ຕອບກັບ

ຂ່າວ/ບົດ​ອື່ນ