ປະທານສະພາແຫ່ງຊາດສ.ເກົາຫຼີຢ້ຽມຢາມຫວຽດນາມແລະຟີລິບປິນ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ສ. ເກົາຫຼີ Chung Ui – hwa ໃນການຢ້ຽມຢາມທາງລັດຖະກິດ ສ. ເກົາຫຼີ
(ພາບ: Trí Dũng/TTXVN)
|
(vovworld) – ແຈ້ງການຂອງຄະນະເລຂາສະພາແຫ່ງຊາດ ສ. ເກົາຫຼີ ວັນທີ 13/3 ໃຫ້ຮູ້ວ່າ: ປະທານສະພາແຫ່ງຊາດ ສ. ເກົາຫຼີ Chung Ui – hwa ຈະໄປຢ້ຽມຢາມ ຟີລິບປິນ ແລະ ຫວຽດນາມ ຢ່າງເປັນທາງການໃນອາທິດຈະມາເຖິງ ເພື່ອແນໃສ່ປັບປຸງການພົວພັນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຕາມແຜນການ, ທ່ານປະທານ Chung Ui – hwa ຈະໄປເຖິງ ຟີລິບປິນ ໃນວັນທີ 15/3, ເຊິ່ງແມ່ນປະເທດທຳອິດໃນການປະຕິບັດງານຢູ່ຕ່າງປະເທດເປັນເວລາ 7 ວັນ. ນະທີ່ນີ້, ທ່ານ Chung ຈະພົບປະກັບການນຳສະພາແຫ່ງຊາດປະເທດເຈົ້າພາບ ແລະ ປຶກສາຫາລືມາດຕະການເພີ່ມທະວີການຮ່ວມມືເສດຖະກິດ 2 ສົ້ນ, ພ້ອມທັງຮຽກຮ້ອງໃຫ້ລັດຖະບານ ຟີລິບປິນ ຮ່ວມມື ສະກັດກັ້ນສະພາບໃຊ້ຄວາມຮຸນແຮງແນໃສ່ພົນລະເມືອງ ສ. ເກົາຫຼີ ຢູ່ ຟີລິບປິນ. ຈາກນັ້ນ, ວັນທີ 17/3, ທ່ານ Chung Ui – hwa ຈະມາ ຫວຽດນາມ ແລະ ເຈລະຈາກັບບັນດາການນຳ ຫວຽດນາມ, ໃນນັ້ນມີທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ. ນີ້ຈະແມ່ນໂອກາດເພີ່ມທະວີຊຸກຍູ້ບັນດາການພົວພັນ 2 ຝ່າຍເວົ້າລວມໃນສະພາບການ ສ. ເກົາຫຼີ ແລະ ຫວຽດນາມ ໄດ້ສິ້ນສຸດສັນຍາການຄ້າເສລີ (FTA) ໃນທ້າຍປີກ່າຍ.