ປະທານສະພາແຫ່ງຊາດຫງວຽນຊິງຮູ່ງ:ພັດທະນາກະສິກຳ,ຊົນນະບົດແມ່ນໜ້າທີ່ຍຸດທະສາດ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Nhan Sáng/TTXVN)
(vovworld) – ຕອນບ່າຍວັນທີ 6/1, ຄະນະຊີ້ນຳສະຫລຸບ 5 ປີແຫ່ງການປະຕິບັດມະຕິສູນກາງຄັ້ງທີ 7 (ຊຸດທີ 10) ກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດໄດ້ຈັດກອງປະຊຸມສະຫລຸບບັນດາຄຳເຫັນໃສ່ບົດລາຍງານສັງລວມຂອງຄະນະຊີ້ນຳ ແລະ ສ້າງຮ່າງບົດສະຫລຸບຂອງກົມການເມືອງກ່ຽວກັບການປະຕິບັດມະຕິ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ຫົວໜ້າຄະນະຊີ້ນຳ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ, ຮອງຫົວໜ້າຄະນະຊີ້ນຳ, ເປັນປະທານກອງປະຊຸມ. ພາຍຫຼັງ 5 ປີແຫ່ງວັນປະຕິບັດມະຕິເລກທີ 26/ຂອງສູນກາງພັກ, ຂະແໜງກະສິກຳ ຫວຽດນາມ ສືບຕໍ່ພັດທະນາຮອບດ້ານພໍສົມຄວນ ແລະ ພວມຫັນປ່ຽນຕາມທິດພັດທະນາບັນດາຜະລິດຕະພັນຕົ້ນຕໍ່ມີທ່າແຮງ, ຜະລິດສິນຄ້າ, ຄ້ຳປະກັນສະບຽງອາຫານແຫ່ງຊາດ ປະກອບສ່ວນສຳຄັນເຂົ້າໃນການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ພິເສດແມ່ນໃນໄລຍະຫຍຸ້ງຍາກຂອງພື້ນຖານເສດຖະກິດ.
ທີ່ການເຮັດວຽກ, ບັນດາສະມາຊິກຂອງຄະນະຊີ້ນຳສະເໜີໃຫ້ຄະນະຮຽບຮຽງເພີ່ມເຕີມກ່ຽວກັບການຕີລາຄາການພັດທະນາປ່າ, ເສດຖະກິດທະເລເຂົ້າຮ່າງບົດສະຫລຸບ. ຕາມບັນດາຜູ້ແທນແລ້ວ, ຕົວຈິງໃຫ້ເຫັນວ່າຈຳເປັນຕ້ອງປ່ຽນແປງບັນດາມາດຖານກໍ່ສ້າງຊົນນະບົດໃໝ່ໃຫ້ເໝາະສົມກັບສະພາບການໃໝ່ ແລະ ຈຸດພິເສດສະເພາະຂອງແຕ່ລະທ້ອງຖີ່ນ, ຕີລາຄາສັງລວມກ່ຽວກັບການສ້າງ, ຜັນຂະຫຍາຍບັນດານະໂຍບາຍສິນເຊື່ອໜູນຊ່ວຍກະສິກຳກ່ວາອີກ...
ເມື່ອສະຫລຸບທີ່ວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າບັນດາເອກະສານຂອງຄະນະຊີ້ນຳລາຍງານຕໍ່ກົມການເມືອງຄວນໄດ້ຮັບການສ້າງຢ່າງລະອຽດ, ຍົກອອກລັກສະນະຈຳເປັນ ແລະ ຜົນປະໂຫຍດຈາກການປະຕິບັດມະຕິ.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກໍ່ເນັ້ນໜັກວ່າໜ້າທີ່ຫັນຊົນນະບົດເປັນອຸດສາຫະກຳ, ວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ຊົນນະບົດຕາມທິດມີບັນດາຮູບແບບທີ່ເສີມຂະຫຍາຍໝາກຜົນແລ້ວ, ມຸ່ງໄປເຖິງຈຸດໝາຍສູງສຸດແມ່ນຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ, ຮັບປະກັນຜົນປະໂຫຍດພື້ນຖານ, ຍາວນານຂອງປະເທດຊາດ.