ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະບັນດາສສຊ, ການນຳຍິງ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະບັນດາສສຊ, ການນຳຍິງ - ảnh 1

(ພາບ: Phương Hoa - TTXVN)

(vovworld) - ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ 8/3 ​ແລະ​ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາສາ​ກົນ​ຄັ້ງ​ທີ 132, (IPU 132), ຕອນ​ເຊົ້າ​ວັນ​ທີ 14/3, ຢູ່​ຮ່າ​ໂນ້ຍ, ທ່ານ ປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ພົບ​ປະ​ບັນດາຜູ້​ແທນ​ກຳປູ​ເຈຍ, ລາວ, ຫວຽດນາມ, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ສາກົນ​ຢູ່​ຫວຽດນາມ ​ເຊິ່ງ​ເປັນ​ຜູ້​ຍິງ. ທ່ານ ປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ​ໄດ້ສົ່ງ​ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​​ບັນດາ​ແມ່ຍິງ​ທີ່​ດີ​ເດັ່ນ, ​ເຊິ່ງ​ແມ່ນ​ຜູ້​ທີ່​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ຫວຽດນາມ ​ແລະ ​ໂລກ, ກໍ່​ຄື​ສາຍ​ພົວພັນ​ຮ່ວມ​ມືພັດທະນາລະຫວ່າງ​ຫວຽດນາມ ​ແລະ ປະຊາ​ຄົມ​ສາກົນ. ທ່ານປະທານ​ສະພາ​ແຫ່ງ​ຊາດຢືນຢັນ​ວ່າ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ກໍ່ສ້າງ​ສັງຄົມ​ສະ​ເໝີ​ພາບ​ໃຫ້​ແກ່​ທຸກ​ຄົນ. ພິ​ເສດ​ກອງ​ປະຊຸມ​ໃຫຍ່ IPU 132 ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ ໃນ​ທ້າຍ​ເດືອນ 3 ນີ້, ​ຈະແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ແນະນຳ​ກ່ຽວ​ກັບປະ​ເທດ​ຊາດ, ມະນຸດ, ວັດທະນະທຳ ກໍ່​ຄື​ຢືນຢັນ​ຈຸດໝາຍ​ຮັບປະກັນ​ສິດສະ​ເໝີ​ພາບ, ກາລະ​ໂອກາດ​ສະ​ເໝີ​ພາບ​ໃຫ້​ແກ່​ທຸກ​ຄົນ. ຫົວ​ຂໍ້​ຂອງ IPU 132 ​ແມ່ນ “ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ - ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ​ຕົວ​ຈິງ“.

        ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຍິງ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ມີ​ຢູ່​ແລ້ວ, ​ເປັນ​ກຳລັງ​ໜູນ​ໃຫ້​ແມ່ຍິງ​ລຸ້ນສືບ​ທອດ, ກ້າວ​ໄປ​ເຖິງ​ຈຸດໝາຍ​ຄວາມ​ສະ​ເໝີ​ພາບ ​ແລະ ຄວາມ​ກ້າວໜ້າ​ລວມ​ໃຫ້​ທຸກ​ຄົນ​ໃນ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ