ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຢ້ຽມຢາມແລະເຮັດວຽກຢູ່ ບໍລິສັດຜະລິດ ໂອໂຕ ເຈື່ອງຫາຍ
|
(vovworld) – ຕອນບ່າຍວັນທີ 27/3, ທ່ານ ຫງວຽນຊິງຮູ່ງ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດອຸດສາຫະກຳປະສົມຜະລິດລົດໂອໂຕ ຈູລາຍ - ເຈື່ອງຫາຍ. ເມື່ອລາຍງານຕໍ່ປະທານສະພາແຫ່ງຊາດ, ທ່ານ ເຈີ່ນບ໋າເຢືອງ, ປະທານສະພາບໍລິຫານບໍລິສັດຜະລິດ ໂອໂຕ ເຈື່ອງຫາຍ, ໃຫ້ຮູ້ວ່າ: ວິສາຫະກິດສຸ້ຊົນກາຍເປັນກຸ່ມບໍລິສັດຫຼາຍຂະແໜງ, ໃນນັ້ນ, ສຸມໃສ່ຕົ້ນຕໍເຂົ້າໃນການຜະລິດ, ແຈກຢາຍ ແລະ ຂາຍຍ່ອຍລົດໂອໂຕ. ເມື່ອໂອ້ລົມກັບການນຳບໍລິສັດໂອໂຕເຈື່ອງຫາຍ, ທ່ານ ຫງວຽນຊິງຮູ່ງ ສະເໜີໃຫ້ການນຳວິສາຫະກິດເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງຄົນງານກ່ວາອີກ, ເອົາໃຈໃສ່ເຖິງວຽກພັກ, ໝູ່ຄະນະ, ປົກປັກຮັກສາສິ່ງແວດລ້ອມ. ທ່ານປະທານສະພາແຫ່ງຊາດ ຖືວ່າ, ບໍລິສັດຜະລິດລົດ ໂອໂຕ ເຈື່ອງຫາຍ ຍັງສຸມໃສ່ຕົ້ນຕໍ່ເຖິງວຽກງານ ປະກອບລົດໂອໂຕເທົ່ານັ້ນ ຫາກບໍ່ທັນຜະລິດເຄື່ອງຈັກເອງໄດ້ເທ່ືອ, ດັ່ງນັ້ນ, ການນຳວິສາຫະກິດຕ້ອງເອົາໃຈໃສ່ເຖິງການພັດທະນາກົນຈັກ ແລະ ບັນດາຂະແໜງອຸດສາຫະກຳສຳຮອງ, ເພີ່ມອັດຕາສ່ວນນຳໃຊ້ວັດຖຸອຸປະກອນພາຍໃນປະເທດ, ປະກອບສ່ວນພັດທະນາພື້ນຖານອຸດສາຫະກຳຜະລິດລົດໂອໂຕ ຫວຽດນາມ.