ປະທານສະພາແຫ່ງຊາດເຮັດວຽກກັບການນຳແຂວງນີງຖ້ວນ.

(VOVWORLD) -ຕອນບ່າຍວັນທີ 6 ພະຈິກ, ຢູ່ຮ່າໂນຍ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວໄດ້ເຮັດວຽກກັບການນຳແຂວງນີງຖ້ວນກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ 6 ເດືອນ ຕົ້ນປີ, ໝາກຜົນແຫ່ງການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການປະຕິບັດແຜນໂນບາຍລົງທຶນໂຄງການໄຟຟ້ານິວເຄຼຍນິງຖ້ວນ ແລະ ບາງຂໍ້ສະເໜີແນະ…
     ປະທານສະພາແຫ່ງຊາດເຮັດວຽກກັບການນຳແຂວງນີງຖ້ວນ.  - ảnh 1ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ເຮັດວຽກກັບການນຳແຂວງນີງຖ້ວນ

    ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວເນັ້ນໜັກວ່າ ພາຍຫຼັງທີ່ສະພາແຫ່ງຊາດ, ລັດຖະບານປະກາດໃຊ້ມະຕິວ່າດ້ວຍການໂຈະໂຄງການໄຟຟ້າ, ແຂວງນີງຖ້ວນໄດ້ຕັ້ງໜ້າປະກາດໃຊ້ໂຄງການດຳເນີນງານດ້ວຍບັນດາໜ້າທີ່ ແລະ ວິທີການແກ້ໄຂ. ຍ້ອນມີບັນດາແຜນນະໂຍບາຍ, ນະໂຍບາຍດັ່ງກ່າວ, ທາງແຂວງໄດ້ລະດົມບັນດາແຫຼ່ງກຳລັງເພື່ອຫັນແຜນນະໂຍບາຍກໍ່ສ້າງນີງຖ້ວນກາຍເປັນສູນພະລັງງານຜະລິດຄືນໃໝ່ຂອງທົ່ວປະເທດໃຫ້ປະກົດຜົນເປັນຈິງ ແລະ ໄດ້ດຶງດູດນັກລົງທຶນໃຫຍ່ເຂົ້າມາລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ