ປະທານາທິບໍດີ ລັດເຊຍ Vladimir Putin
ພາບ:internet
|
(vovworld) - ວັນທີ 12/12, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ອ່ານສານສະຫະລັດ ປີ 2012 ຕໍ່ຫນ້າສະພາແຫ່ງຊາດ ລັດເຊຍ ດ້ວຍຈຸດສຸມແມ່ນສອງບັນຫາສາມັກຄີທົ່ວປວງຊົນທັງຊາດ ແລະ ພັດທະນາປະເທດ ລັດເຊຍ ທັນສະໄຫມ, ຮອບດ້ານ. ທ່ານປະທານາທິບໍດີ Putin ໄດ້ເຕື້ອງເຖິງທິດທາງພັດທະນາປະເທດຊາດໃນ ອາຍຸການ 6 ປີ ເປັນປະທານາທິບໍດີລັດເຊຍ ແລະ ໃຫ້ແກ່ໄລຍະຮອດປີ 2020. ປະທານາທິບໍດີ Putin ໄດ້ຊີ້ແຈງວ່າ ໄລຍະຈະມາເຖິງແມ່ນບາດລ້ຽວສຳຄັນສຳລັບ ສະຫະພັນລັດເຊຍ ແລະ ທົ່ວໂລກ. ໃນສະພາບການໂລກ ໃນສັດຕະວັດທີ 21 ມີການແບ່ງແຍກກຳລັງໃຫມ່ກ່ຽວກັບເສດຖະກິດ, ການທະຫານ ແລະ ຄວາມສີວິໄລ, ປະເທດລັດເຊຍ ຕ້ອງຮັກສາກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ວັດທະນະທຳເປັນຫລາຍຮູບຫລາຍແບບຂອງຕົນ, ຕ້ອງພັດທະນາກາຍເປັນລັດມີອະທິປະໄຕເຂັ້ມແຂງ. ກ່ຽວກັບເສດຖະກິດ, ປະທານາທິບໍດີ Putin ເນັ້ນຫນັກວ່າ: ອຳນາດການປົກຄອງສະຫະພັນ ບໍ່ພຽງແຕ່ສຳເລັດຄຳໝັ້ນສັນຍາ ແມ່ນຮອດປີ 2020 ສ້າງວຽກເຮັດງານທຳໃຫ້ແກ່ຄົນງານ 25 ລ້ານຄົນທີ່ມີຄຸນນະພາບສູງເທົ່ານັ້ນ ຫາກຕ້ອງພັດທະນາໃນທຸກຂະແຫນງການ, ທຸກຂົງເຂດເສດຖະກິດຕາມທິດນຳໃຊ້ເຕັກໂນໂລຊີກ້າວຫນ້າ ແລະ ບັນດາຜົນງານໃຫມ່ຂອງວິທະຍາສາດ ເຕັກນິກ.