(vovworld) – ຕອນທ່ຽງວັນທີ 13/08, ທ່ານປະທານາທິບໍດີ ບັງກຼາເທດ Abdul Hamid ແລະ ພັນລະຍາ ໄດ້ເດີນທາງອອກຈາກນະຄອນໂຮ່ຈິມິນ, ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຢ່າງຈົບງາມ, ໃນລະຫວ່າງວັນທີ 09 – 13/08, ຕາມຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານປະທານາທິບໍດີ Abdul Hamid ໄດ້ມີການພົບປະເຈລະຈາກັບທ່ານປະທານປະເທດ ເຈືອງເຕີນຊາງ; ເຈລະຈາກັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ.
ທີ່ການພົບປະເຈລະຈາກັບທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານປະທານາທິບໍດີ Abdul Hamid, 2 ທ່ານໄດ້ເຫັນດີຍູ້ແຮງ ແລະ ເຮັດໃຫ້ບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວໃຫ້ເລິກເຊິ່ງກວ່າອີກ ແລະ ເປິດກວ້າງໄປສູ່ຂົງເຂດອື່ນໆເຊິ່ງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ. 2 ຝ່ານເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າ, ການລົງທຶນ, ສູ້ສົນນຳວົງເງິນການຄ້າ 2 ສົ້ນບັນລຸ 1 ຕື້ USD ໃນປີ 2016. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ເຄົາລົບບັນດາຫຼັກການພື້ນຖານຂອງກົດໝາຍສາກົນທີ່ໄດ້ຮັບການຮັບຮູ້ ເພື່ອແກ້ໄຂບັນດາການຂັດແຍ້ງທັງໝົດດ້ວຍສັນຕິວິທີ ແນໃສ່ຮັບປະກັນຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ.