ປະທານາທິບໍດີອິນໂດເນເຊຍຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມກັບຫວຽດນາມ

ປະທານາທິບໍດີອິນໂດເນເຊຍຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມກັບຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ​ປະ​ເທດ ສສ ຫວຽດນາມ
ປະຈຳ ສາທາລະນະ​ລັດ ​ອິນ​ໂດ​ເນ​ເຊຍ ຮວ່າງ​ແອ​ງຕ໋ວນ ຍື່ນ​ສານ​ຕາ​ຕັ້ງ
(ພາບ: Vietnam+)

(vovworld) – ​ວັນ​ທີ 13/11, ທ່ານ​ເອກ​ອັກຄະ​ລັດຖະທູດ ​ປະ​ເທດ ສສ ຫວຽດນາມ ປະຈຳ ສາທາລະນະ​ລັດ ​ອິນ​ໂດ​ເນ​ເຊຍ ຮວ່າງ​ແອ​ງຕ໋ວນ ຍື່ນ​ສານ​ຕາ​ຕັ້ງ​ຂອງ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ້ນຊາງ ຕໍ່ ປະທານາທິບໍດີ Joko Widodo. ກ່າວ​ຄຳ​ເຫັນ​ທີ່​ການຕ້ອນຮັບ​ ທ່ານເອກ​ອັກຄະ​ລັດຖະທູດ​ຫວຽດນາມ, ທ່ານ​ປະທານາທິບໍດີ   Joko Widodo    ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນດາ​ກາ​ນ

ພັດທະນາຢ່າງ​ຕັ້ງໜ້າ​ຂອງ​ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ,  ການ​ຮ່ວມ​ມື​ອັນ​ດີງາມ​ ລະຫວ່າງ​ ອິນ​ໂດ​ເນ​ເຊຍ​ກັບ​ຫວຽດນາມ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ຫວຽດ​ນາມ​ໃນ​ການ​ພັດທະນາ​ເສດຖະກິດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ປະທານາທິບໍດີ   Joko Widodo ​ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນາ​ທຳ-ສັງຄົມ ມຸ່ງ​ໄປ​ສູ່​ຈຸດໝາຍ​ລວມ ​ແມ່ນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະຊາ​ຄົມ​ອາ​ຊຽນ.

        ສ່ວນ​ທ່ານ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ປະຈຳ ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ ຮວ່າງ​ແອ​ງຕ໋ວນ ​ກໍ່ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະ​ເຮັດ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ລະຫວ່າງ ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ-ອິນ​ໂດ​ເນ​ເຊຍ ກວ່າ​ອີກ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ຊຸກຍູ້​ໂຄງການ​ດຳ​ເນີນ​ງານ​ ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດ ລະຫວ່າງ​ສອງ​ປະ​ເທດ ​ໄລຍະ​ປີ 2014-2018, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ກໍ່​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ບຳລຸງ​ສ້າງ, ວັດທະນາ​ທຳ​ລະຫວ່າງ​ສອງ​ຊາດ.

ຂ່າວ/ບົດ​ອື່ນ